• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສ່ອງແສງຢ່າງທັນການບັນດາການເຄື່ອນໄຫວຂອງປະເທດຊາດ

      ວັນທີ 16 ມິຖຸນາ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດຕັ້ງການພົບປະກັບນັກຂ່າວ ເນື່ອງໃນໂອກາດສະເຫລີມສະຫລອງ 92 ປີແຫ່ງວັນສື່ມວນຊົນປະຕິວັດ (21/6/1925-21/6/2017). 

ບັນດາຜູ້ແທນທີ່ການພົບປະກັບນັກຂ່າວ
      ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ເນັ້ນຫນັກວ່າລັດຖະບານ, ນາຍົກລັດຖະມົນຕີ ຍາມໃດກໍ່ເອົາໃຈໃສ່, ຕີລາຄາສູງບົດບາດຂອງສື່ມວນຊົນ, ແລະ ຖືວ່າ ສື່ມວນຊົນແມ່ນຊ່ອງຂໍ້ມູນຂ່າວມີຄວາມສຳຄັນທີ່ສຸດສຳລັບການເຄື່ອນໄຫວຊີ້ນຳ ບໍລິຫານ. ລັດຖະບານ, ນາຍົກລັດຖະມົນຕີ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍາມໃດກໍ່ຮັບຟັງ, ສ້າງເງື່ອນໄຂສະດວກເພື່ອໃຫ້ສື່ມວນຊົນເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປະຕິບັດພາລະບົດບາດຂອງຕົນເປັນຢ່າງດີ. ເນື່ອງໃນໂອກາດນີ້, ທ່ານນາງ ຫງວຽນທີບີກງອກ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ກໍ່ໄດ້ມີການພົບປະ ອວຍພອນບັນດາຜູ້ຕາງຫນ້າອົງການສຳນັກຂ່າວສານ ສື່ມວນຊົນສູນກາງ ແລະ ຮ່າໂນ້ຍ. 
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top