• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ຈີນ: ການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ດຶງດູດຄວາມສົນໃຈຂອງໂລກ

ເວັບໄຊ Shanghai Observer, ກະບອກສຽງຂອງຄະນະພັກ ຊຽງໄຮ່ ມີບົດໄຈ້ແຍກລົງເລິກກ່ຽວກັບການຢ້ຽມຢາມ, ໂດຍຕີລາຄາວ່ານີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງຕ່າງປະເທດມາ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ...
  ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ (ພາບ:Gia Hân/ thanhnien.vn)  

ສື່ມວນຊົນຈີນສືບຕໍ່ລົງບັນດາບົດສະແດງຄວາມຄິດເຫັນ, ໄຈ້ແຍກກ່ຽວກັບການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໃນຂະນະທີ່ແມ່ນການນຳຂັ້ນສູງສຸດຂອງຕ່າງປະເທດຜູ້ທຳອິດໄປຢ້ຽມຢາມ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX.

ເວັບໄຊ Shanghai Observer, ກະບອກສຽງຂອງຄະນະພັກ ຊຽງໄຮ່ ມີບົດໄຈ້ແຍກລົງເລິກກ່ຽວກັບການຢ້ຽມຢາມ, ໂດຍຕີລາຄາວ່ານີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງຕ່າງປະເທດມາ ຈີນ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ, ກໍ່ແມ່ນການເຄື່ອນໄຫວທາງການທູດທຳອິດຂອງປະເທດເຈົ້າພາບ ພາຍຫຼັງຄະນະການນຳອາຍຸການໃໝ່ຂອງສູນກາງພັກກອມມູນິດ ຈີນ ໄດ້ຮັບການເລືອກຕັ້ງ, ຍ້ອນເຫດນັ້ນ “ໄດ້ດຶງດູດຄວາມສົນໃຈຈາກທົ່ວໂລກ”.

ທ່ານ ຫຼິວຈິ໋ນ, ຮອງຫົວໜ້າສະຖາບັນຄົ້ນຄ້ວາບັນດາບັນຫາສາກົນຈີນ ກໍ່ໃຫ້ຂໍ້ສັງເກດວ່າ: ການຢ້ຽມຢາມ ຈີນ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງໃຫ້ເຫັນສອງຝ່າຍລ້ວນແຕ່ຖືການພົວພັນສອງພັກ ແລະ ສອງລັດເປັນສຳຄັນ. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍຈະແມ່ນບັນດາເນື້ອໃນຕົ້ນຕໍໃນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ສ່ວນຕາມນັກຄົ້ນຄ້ວາ  ສຸຍລີຜິງ ແລ້ວ, ການຢ້ຽມຢາມຍັງ “ມີຄວາມໝາຍພິເສດ” ເພື່ອວິເຄາະໄຈ້ແຍກຈາກແງ່ມູມການຮ່ວມມືພາກພື້ນ, ຍ້ອນປີນີ້ແມ່ນປີທຳອິດທີ່ ຈີນ ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາຊຽນ. ຍ້ອນເຫດນັ້ນ, “ການຢ້ຽມຢາມຈະແມ່ນບາດກ້າວເລີ່ມຕົ້ນທີ່ດີງາມ” ໃນການເຮັດໃຫ້ການຮ່ວມມືຍຸດທະສາດລະຫວ່າງ ຈີນ ແລະ ອາຊຽນ ເລິກເຊິ່ງກ່ວາອີກ.

̣(ແຫຼ່ງຄັດຈາກ VOV)

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

UNESCO ຮັບ​ຮອງກຸ່ມ​ເຂດ​ອະ​ນຸ​ສອນ​ສະ​ຖານ ແລະ ທັດ​ສະ​ນີ​ຍະ​ພາບ ອຽນ​ຕື໋ - ຫວິງ​ງຽມ​, ກົນ​ເຊີນ, ກຽບ​ບາກ ເປັນ​ມໍ​ລະ​ດົກ​ວັດ​ທະ​ນ​ະ​ທຳ​ໂລກ

ກຸ່ມເຂດອະນຸສອນສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ, ກົນເຊີນ, ກຽບບາກ ນອນຢູ່ບັນດາແຂວງ ກວາງນິງ, ບັກນິງ ແລະ ນະຄອນ ຫາຍຟ່ອງ ດ້ວຍຖືເອົາສາສະໜາພຸດ ນິກາຍ ຈຸກເລີມ ເປັນແກ່ນສານ - ໄດ້ຮັບການສ້າງຕັ້ງຂຶ້ນໃນສະຕະວັດທີ XIII ໂດຍບັນດາເຈົ້າຊີວິດຂອງລາດຊະວົງ ເຈິ່ນ.

Top