• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ​ເລິກ​ເຊິ່ງກວ່າ​ອີກ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຶດ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ, ຢຶດ​ໝັ້ນ​ຕໍ່​ເສັ້​ນ​ທາງ​ສັງ​ຄົມ​ນິ​ຍົມ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້ພັດ​ທະ​ນາຄຸນ​ນະ​ພາບ​ສູງ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບ​ປະ​ເຈ​ລະ​ຈາ ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ນາ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ (ພາບ: TTXVN)  
ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ​ທາງ​ລັ​ດ​ຖະ​ກິດ​ຢູ່​ຈີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແຕ່​ວັນ​ທີ 14 – 17 ເມ​ສາ, ສອງ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສືບ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາ​ດ​ຮອບ​ດ້ານ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ​ຫວຽດ​ນາມ - ຈີນ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຢູ່​ລະ​ດັບ​ສູງ​ກ່​ວາ​ໃນ​ສັງ​ກາດ​ໃໝ່. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຢຶດ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ, ຢຶດ​ໝັ້ນ​ຕໍ່​ເສັ້​ນ​ທາງ​ສັງ​ຄົມ​ນິ​ຍົມ​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ແຕ່​ລະ​ປະ​ເທດ, ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້ພັດ​ທະ​ນາຄຸນ​ນະ​ພາບ​ສູງ. ຈີນ​ເນັ້ນ​ໜັກ​ເຖິງ​ການ​ຢຶດ​ໝັ້ນ​ຕໍ່​ນະ​ໂຍ​ບາຍ​ມິດ​ຕະ​ພາບ​ກັບ ຫວຽດ​ນາມ, ຍາມ​ໃດ​ກໍ່​ຫວຽດ​ນາມ ແມ່ນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການທູດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ໃໝ່​ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ກັບ​ຈີນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາ​ວະ​ວິ​ໄສ, ຄັດ​ເລືອ​ກ​ຍຸດ​ທະ​ສາດ ແລະ ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ນະ​ໂຍ​ບາຍ​ການ​​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຫັນ​ເປັນຫຼາຍ​ຝ່າຍ, ຫຼາຍ​ຮູບ​ແບບ​ຂອງ ຫວຽດ​ນາມ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ໃນ​ຍຸກ​ສະ​ໄໝ​ໃໝ່ໃຫ້​ພັດ​ທະ​ນາ​ຢ່າງ​ໂປ່ງ​ໃສ, ມີ​ສະ​ຖຽນ​ລະ​ພາບ, ສ້າງ​ປະ​ຊາ​ຄົມ​ແບ່ງ​ປັນ​ອະ​ນາ​ຄົດ ຫວຽດ​ນາມ - ຈີນ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຢູ່​ລະ​ດັບ​ສູງກວ່າ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ກຳ​ລັງ​ກອງ​ທັບ, ອົງ​ການ​ຄວາມ​ໝັ້ນ​ຄົງ, ປະ​ຕິ​ບັດ​ກົດ​ໝາຍ​ສອງ​ປະ​ເທດ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດກົດ​ໝາຍ ແລະ ຍຸ​ຕິ​ທຳ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU – 152) ຢູ່ Istanbul, ຕວັກ​ກີ, ຕອນ​ເຊົ້າ​ວັນ​ທີ 17 ເມ​ສາ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ (IPU).

Top