• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ວິ​ສາ​ຫະ​ກິດ​ໃຫຍ່ ​ຢູ່​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ52 ແຫ່ງ

ເມື່ອ​ແລກ​ປ່ຽນ​ກັບ​ຜູ້​ແທນ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ຍູ້​ໄວ​ວິ​ວັດ​ການ​ປະ​ຕິ​ຮູບ, ຍູ້​ແຮງ​ການ​ສ້າງ​ຂອບ​ເຂດ​ກົດ​ໝາ​ຍ​, ລະ​ບອບ​ລະ​ບຽບ​ການໃຫ້​ສົມ​ບູນ​ແບບ, ດັດ​ປັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້ນັບ​ມື້​ນັບ ໂປ່ງ​ໃສ, ເປີດ​ເຜີຍ, ມີ​ປະ​ສິດ​ທິ​ຜົນ
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VOV)  

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ເພື່ອ​ສືບ​ຕໍ່​ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ຢູ່ ຫວຽດ​ນາມ. ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມທີ່​ການ​ພົບ​ປະ, ເຮັດ​ວຽກ​ກັບ​ຄະ​ນະ​ຜູ້​ແທນ​ລວມ​ມີ 52 ວິ​ສາ​ຫະ​ກິດ​ໃຫຍ່, ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ ໂດຍ​ທ່ານ Brian McFeeters ຜູ້​ຮັກ​ສາ​ການ​ປະ​ທານ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ ອາ​ຊຽນ N (USABC) ນຳ​ໜ້າ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ.

ເມື່ອ​ແລກ​ປ່ຽນ​ກັບ​ຜູ້​ແທນ​ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ ຫວຽດ​ນາມ ພວມ​ຍູ້​ໄວ​ວິ​ວັດ​ການ​ປະ​ຕິ​ຮູບ, ຍູ້​ແຮງ​ການ​ສ້າງ​ຂອບ​ເຂດ​ກົດ​ໝາ​ຍ​, ລະ​ບອບ​ລະ​ບຽບ​ການໃຫ້​ສົມ​ບູນ​ແບບ, ດັດ​ປັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້ນັບ​ມື້​ນັບ ໂປ່ງ​ໃສ, ເປີດ​ເຜີຍ, ມີ​ປະ​ສິດ​ທິ​ຜົນ; ​ປັບປຸງ​ກົດ​ໝາຍ, ການ​ວາງ​ແຜນ​ຜັງ​ກຳ​ນົດ, ​ປັບປຸງ​ບັນ​ດາ​ຂໍ້​ກຳ​ນົດ​ເພື່ອ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ກາ​ນ​ພັດ​ທະ​ນາ​ຢ່າງ​ແຮງ, ໃນ​ນັ້ນ​ມີ​ແຫຼ່ງ​ເງິນ​ລົງ​ທຶນ​ຂອງ​ນັກ​ລົງ​ທຶນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ, ຜົນ​ກະ​ທົບ​ຂອງ​ຕົນ​ເພື່ອ​ສົ່ງ​ສານ​ກ່ຽວ​ກັບ​ຈິນ​ຕະ​ນາ​ການ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ຮ່ວມ​ມື​ຂອງ ຫວຽດ​ນາມ, ມີ​ສຽງ​ເວົ້າທີ່​ພາ​ວະ​ວິ​ໄສ, ສ່ອງ​ແສງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ຕົວ​ຈິງ​ຢ່າງ​ຖືກ​ຕ້ອງ, ຊຸກ​ຍູ້​ສອງ​ປະ​ເທດ​ບັນ​ລຸ​ໄດ້​ສັນ​ຍາ​ການ​ຄ້າ​ສົມ​ທົບໂດຍ​ໄວ, ມີ​ຄວາມ​ຍຸ​ຕິ​ທຳ ແລະ ມີ​ຄວາມ​ດຸ່ນ​ດ່ຽງ; ​ຝ່າຍ​ອາ​ເມ​ລິ​ກາ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ ຫວຽດ​ນາມ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ​ໂດຍ​ໄວ ແລະ ນຳ​ຫວຽດ​ນາມ ອອກ​​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ຈຳ​ກັດ​ກ່ຽວ​ກັບ​ການ​ສົ່ງ​ອອກ(D1-D3)​ໂດ​ຍ​ໄວ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU – 152) ຢູ່ Istanbul, ຕວັກ​ກີ, ຕອນ​ເຊົ້າ​ວັນ​ທີ 17 ເມ​ສາ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ (IPU).

Top