ເມື່ອແລກປ່ຽນກັບຜູ້ແທນບັນດາວິສາຫະກິດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ໄວວິວັດການປະຕິຮູບ, ຍູ້ແຮງການສ້າງຂອບເຂດກົດໝາຍ, ລະບອບລະບຽບການໃຫ້ສົມບູນແບບ, ດັດປັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ນັບມື້ນັບ ໂປ່ງໃສ, ເປີດເຜີຍ, ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)
ຫວຽດນາມ ພ້ອມແລ້ວທີ່ຈະສ້າງບັນດາເງື່ອນໄຂສະດວກທີ່ສຸດ ໃຫ້ແກ່ບັນດາວິສາຫະກິດ ອາເມລິກາ ເພື່ອສືບຕໍ່ເປີດກວ້າງການດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ. ນີ້ແມ່ນການຢັ້ງຢືນຂອງທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມທີ່ການພົບປະ, ເຮັດວຽກກັບຄະນະຜູ້ແທນລວມມີ 52 ວິສາຫະກິດໃຫຍ່, ແຖວໜ້າຂອງ ອາເມລິກາ ໂດຍທ່ານ Brian McFeeters ຜູ້ຮັກສາການປະທານສະພາດຳເນີນທຸລະກິດ ອາເມລິກາ ອາຊຽນ N (USABC) ນຳໜ້າ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 16 ເມສາ, ຢູ່ສຳນັກງານລັດຖະບານ.
ເມື່ອແລກປ່ຽນກັບຜູ້ແທນບັນດາວິສາຫະກິດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ໄວວິວັດການປະຕິຮູບ, ຍູ້ແຮງການສ້າງຂອບເຂດກົດໝາຍ, ລະບອບລະບຽບການໃຫ້ສົມບູນແບບ, ດັດປັບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ນັບມື້ນັບ ໂປ່ງໃສ, ເປີດເຜີຍ, ມີປະສິດທິຜົນ; ປັບປຸງກົດໝາຍ, ການວາງແຜນຜັງກຳນົດ, ປັບປຸງບັນດາຂໍ້ກຳນົດເພື່ອລະດົມບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງແຮງ, ໃນນັ້ນມີແຫຼ່ງເງິນລົງທຶນຂອງນັກລົງທຶນ. ທ່ານນາຍົກລັດຖະມົນຕີ ສະເໜີສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ແລະ ບັນດາວິສາຫະກິດ ອາເມລິກາ ສືບຕໍ່ເສີມຂະຫຍາຍບົດບາດ, ຜົນກະທົບຂອງຕົນເພື່ອສົ່ງສານກ່ຽວກັບຈິນຕະນາການ ແລະ ຄວາມມານະພະຍາຍາມໃນການຮ່ວມມືຂອງ ຫວຽດນາມ, ມີສຽງເວົ້າທີ່ພາວະວິໄສ, ສ່ອງແສງພື້ນຖານເສດຖະກິດຫວຽດນາມ ໃນຕົວຈິງຢ່າງຖືກຕ້ອງ, ຊຸກຍູ້ສອງປະເທດບັນລຸໄດ້ສັນຍາການຄ້າສົມທົບໂດຍໄວ, ມີຄວາມຍຸຕິທຳ ແລະ ມີຄວາມດຸ່ນດ່ຽງ; ຝ່າຍອາເມລິກາ ພິຈາລະນາຮັບຮອງເອົາ ຫວຽດນາມເປັນພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນໂດຍໄວ ແລະ ນຳຫວຽດນາມ ອອກຈາກບັນຊີລາຍຊື່ບັນດາປະເທດຈຳກັດກ່ຽວກັບການສົ່ງອອກ(D1-D3)ໂດຍໄວ.