• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ

ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຊື່ງໄດ້ນຳມາປຶກສາຫາລື ຢູ່ ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII ພວມດຳເນີນໄປຢູ່ ຮ່າໂນ້ຍ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ຍົກໃຫ້ເຫັນຫລາຍບັນຫາສຳຄັນກ່ຽວກັບວຽກງານກໍ່ສ້າງພັກ ແລະ ລະບົບອຳນາດການປົກຄອງ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງໃນແຜນຮ່າງກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້; ບົດລາຍງານສຳຫລວດກວດຄືນການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2021.

ສືບຕໍ່ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນຊື່ງໄດ້ນຳມາປຶກສາຫາລື ຢູ່ ກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກຊຸດທີ XIII ພວມດຳເນີນໄປຢູ່ ຮ່າໂນ້ຍ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ຍົກໃຫ້ເຫັນຫລາຍບັນຫາສຳຄັນກ່ຽວກັບວຽກງານກໍ່ສ້າງພັກ ແລະ ລະບົບອຳນາດການປົກຄອງ ເພື່ອແນໃສ່ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງໃນແຜນຮ່າງກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ; ແຜນຮ່າງສ້າງຕັ້ງ ຄະນະຊີ້ນຳຂັ້ນແຂວງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້; ບົດລາຍງານສຳຫລວດກວດຄືນການຊີ້ນຳ, ນຳພາຂອງກົມການເມືອງ, ຄະນະເລຂາ ປີ 2021.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ

ຕາມທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລ້ວ, ໃນຫລາຍປີຜ່ານມາ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາໃນຊຸດຕ່າງໆ ລ້ວນແຕ່ມີຄວາມເອົາໃຈໃສ່ເຖິງວຽກງານຊີ້ນຳ ນຳພາ, ປັບປຸງ, ກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກ. ໂດຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກ່ຽວກັບບັນຫານີ້, ກົມການເມືອງ, ຄະນະເລຂາ ໄດ້ຊີ້ນຳການສະຫລຸບເລື່ອງປະຕິບັດມະຕິເລກທີ 22 -ມຕ/ສກ ຂອງຄະນະບໍລິຫານສູນກາງພັກຊຸດທີ X, ບົດສະຫລຸບເລກທີ 38 ຂອງກົມການເມືອງ ຊຸດທີ XII ແລະ ສ້າງຮ່າງມະຕິກ່ຽວກັບການເພີ່ມທະວີການປັບປຸງ, ກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກໃນສະພາບການໃຫມ່ ເພື່ອຍື່ນສະເຫນີສູນກາງພິຈາລະນາ, ຕົກລົງຢູ່ ກອງປະຊຸມຄັ້ງນີ້.

ແຜນຮ່າງໄດ້ເຕື້ອງເຖິງສະພາບການປະຕິບັດມະຕິ ແລະ ບົດສະຫລຸບຢ່າງພາວະວິໄສ, ຮອບດ້ານ, ຊີ້ອອກໝາກຜົນຕົ້ນຕໍທີ່ບັນລຸໄດ້; ຂໍ້ຈຳກັດ, ຈຸດອ່ອນ ຍັງຄົງຄ້າງ ແລະ ໄຈ້ແຍກສາຍເຫດໃຫ້ຈະແຈງ. ກ່ຽວກັບທັດສະນະ, ເປົ້າໝາຍ, ຫນ້າທີ່ ແລະ ມາດຕະການຕົ້ນຕໍ່ ສືບຕໍ່ປ່ຽນໃຫມ່, ເພີ່ມທະວີການກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກໃນສະພາບການໃຫມ່, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:

“ຂ້າພະເຈົ້າສະເຫນີພວກສະຫາຍຈົ່ງຄົ້ນຄ້ວາຢ່າງລະອຽດ, ປຶກສາຫາລືຢ່າງກົງໄປກົງມາ, ປະຊາທິປະໄຕ, ສ້າງຄວາມເປັນເອກະພາບສູງກ່ຽວກັບບັນຫາທີ່ໄດ້ຍົກອອກໃນໃບຍື່ນສະເຫນີ ພາຍຫລັງກອງປະຊຸມສູນກາງຄັ້ງນີ້ ພວກເຮົາມີບາດກ້າວຫັນປ່ຽນ, ມີຄວາມກ້າວຫນ້າໃຫມ່, ແທດຈິງ, ແຮງກວ່າ, ມີປະສິດທິຜົນກວ່າ ເພື່ອຍົກສູງຄຸນນະພາບ, ກຳລັງແຮງ ແລະ ກຳລັງຕໍ່ສູ້ຂອງພັກ”

ໂດຍປະຕິບັດຫນ້າທີ່ວຽກງານປີ 2022 ແລະ ການສະຫລຸບຢູ່ກອງປະຊຸມຄັ້ງທີ 21 ຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ບົດສະຫລຸບຂອງກົມການເມືອງກ່ຽວກັບການສືບຕໍ່ເພີ່ມທະວີການຊີ້ນຳຂອງພັກສຳລັບວຽກງານນີ້, ກົມການເມືອງ ໄດ້ມອບໃຫ້ຄະນະວຽກງານການເມືອງພາຍໃນສູນກາງ ເປັນເຈົ້າພາບສົມທົບກັບບັນດາອົງການເພື່ອສ້າງແຜນຮ່າງສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:

“ຂ້າພະເຈົ້າສະເຫນີໃຫ້ສູນກາງ ຈົ່ງຄົ້ນຄ້ວາ, ພິຈາລະນາ, ຕົກລົງບັນດາຂໍ້ສະເຫນີ ທີ່ໄດ້ຍົກອອກໃນໃບຍື່ນສະເຫນີຂອງກົມການເມືອງ ເປັນຕົ້ນແມ່ນແຜນນະໂຍບາຍສ້າງຕັ້ງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການຊີ້ນຳຜັນຂະຫຍາຍການປະຕິບັດວຽກງານ ປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຢ່າງຂ້ຽວຂາດ, ຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ”

ໂດຍປະຕິບັດຂໍ້ກຳນົດກົດລະບຽບການເຮັດວຽກຂອງ ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາຊຸດທີ XIII, ໃນເດືອນ ມັງກອນປີ 2022, ກົມການເມືອງ, ຄະນະເລຂາໄດ້ປະຕິບັດການສຳຫລວດກວດຄືນ, ຕຳຫນິຕິຊົມຕົນເອງ ແລະ ຕຳຫນິຕິຊົມເພື່ອນສະຫາຍກ່ຽວກັບການຊີ້ນຳນຳພາຂອງໝູ່ຄະນະ, ສ່ວນບຸກຄົນແຕ່ລະຄົນໃນກຳມະການກົມການເມືອງ, ຄະນະເລຂາປີ 2021 ຕິດພັນກັບການປະຕິບັດບົດສະຫລຸບຂອງກອງປະຊຸມສູນກາງ ຄັ້ງທີ 4 ຊຸດທີ XIII ກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງໃຫ້ປອດໄສ, ໝັ້ນຄົງ, ເຂັ້ມແຂງ.

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກເຖິງໝາກຜົນ, ຜົນງານ ກໍ່ຄືຂໍ້ຈຳກັດ, ຈຸດອ່ອນຢ່າງລະອຽດທີ່ໄດ້ຍົກໃຫ້ເຫັນຢ່າງຄົບຖ້ວນໃນບົດລາຍງານຂອງກົມການເມືອງ. ທ່ານເລຂາທິການໃຫຍ່ ສະເຫນີສູນກາງວ່າ: ດ້ວຍຈິດໃຈສັງເກດຄວາມຈິງ, ຕີລາຄາຖືກກັບຄວາມຈິງ, ພິຈາລະນາ, ປະເມີນຈຸດດີ, ຈຸດອ່ອນ, ຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງໃນການຊີ້ນຳ ນຳພາຂອງກົມການເມືອງ, ຄະນະເລຂາ ຕິດພັນກັບການປະຕິບັດບົດສະຫລຸບຂອງສູນກາງຄັ້ງທີ 4 ຊຸດທີ XIII ໃນທຸກຂົງເຂດເພື່ອແນໃສ່ເປົ້າໝາຍ ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ ໃຫ້ນັບມື້ນັບປອດໄສ, ໝັ້ນຄົງເຂັ້ມແຂງຮອບດ້ານຕັ້ງແຕ່ຂັ້ນຮາກຖານ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງການປະຕິວັດ ຫວຽດນາມ ໃນໄລຍະໃຫມ່.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top