ພາຍຫຼັງໄຊຊະນະປີ 1945, ນຳ້ໃຈ ແລະ ບົດຮຽນຂອງການປະຕິວັດເດືອນສິງຫາ ໄດ້ກາຍເປັນແຫຼ່ງກຳລັງພາທາງໃຫ້ແກ່ປະຊາຊົນ ຫວຽດນາມ ຜ່ານຜ່າໄລຍະທາງທີ່ເຕັມໄປດ້ວຍສິ່ງທ້າທາຍນາໆປະການ. ນັ້ນແມ່ນກຳລັງແຮງເພື່ອໃຫ້ປະຊາຊົນສ້າງໄຊຊະນະ ດ້ຽນບຽນຝູ “ດັງກ້ອງກັງວານທົ່ວ 5 ທະວີບ, ສັ່ນສະເທືອນທົ່ວໂລກ” ປີ 1954 ແລະ ມະຫາໄຊລະດູບານໃໝ່ປີ 1975, ທ້ອນໂຮມປະເທດຊາດເປັນໜຶ່ງດຽວ. ຜ່ານ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນໃໝ່, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ເຊື່ອມໂຍງເລິກເຊິ່ງ, ກວ້າງຂວາງກັບໂລກ.
ປະຈຸບັນ, ນຳ້ໃຈປຸກລຸກຂອງເດືອນສິງຫາ ຈາກການ “ຍາດເອົາອຳນາດການປົກຄອງ” ພວມໄດ້ຮັບການສືບຕໍ່ດ້ວຍການປະຕິວັດ ແນໃສ່ “ສ້າງສາອຳນາດການປົກຄອງ” ເຊິ່ງລະອຽດແມ່ນການປະຕິວັດດ້ວຍການສ້າງກົງຈັກລັດໃຫ້ກະທັດລັດ, ຊັບຊ້ອນຫົວໜ່ວຍບໍລິຫານ. ທ່ານ ປອ ຫງວຽນວັນດ໋າງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:
“ຊື່ສຽງຂອງການປະຕິວັດເດືອນສິງຫາ ແມ່ນຄວາມຕັດສິນໃຈ ແລະ ການກະທຳໃນການປ່ຽນແປງປະເທດຊາດ, ຊົນຊາດ ເພື່ອມຸ່ງໄປເຖິງອະນາຄົດອັນດີງາມກວ່າໃຫ້ແກ່ປະເທດຊາດ ແລະ ໃຫ້ແກ່ຊົນຊາດ. ເກືອບ 1 ສະຕະວັດທີ່ດຳເນີນການປະຕິວັດເດືອນສິງຫາ, ໃນຊຸມປີມໍ່ໆມານີ້, ພວກເຮົາໄດ້ເຫັນວ່າ ມີນຳ້ໃຈການປະຕິວັດຢ່າງແຂງແຮງໃນທົ່ວສັງຄົມ ຫວຽດນາມ. ພວກເຮົາໄດ້ປະຕິບັດການປະຕິວັດກ່ຽວກັບການສ້າງກົງຈັກລັດໃຫ້ກະທັດລັດ, ຊັບຊ້ອນຫົວໜ່ວຍບໍລິຫານໃນທົ່ວປະເທດຄືນໃໝ່, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງພັກ ແລະ ລັດ ໃນການປະຕິບັດການປ່ຽນແປງທີ່ເໝາະສົມກັບສະພາບການ ແລະ ຄຳຮຽກຮ້ອງການພັດທະນາຂອງປະເທດຊາດໃນໄລຍະໃໝ່”.
ນຳ້ໃຈການປະຕິວັດບໍ່ພຽງແຕ່ຢຸດຢູ່ໃນໜ້າປະຫວັດສາດໃນອະດິດຕະການເທົ່ານັ້ນ ຫາກຍັງກາຍເປັນແປວໄຟປົດປ່ອຍຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມປະດິດຄິດສ້າງຂອງຊາວ ຫວຽດນາມ ອີກດ້ວຍ. ທ່ານ ສຈ.ປອ ຫວູມິງຢາງ, ອະດິດຮອງຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນປີ 2045 ຈະມາເຖິງ, ພວກເຮົາຕ້ອງຮັກສາການພັດທະນາ 2 ຕົວເລກ, ຊີວິດການເປັນຢູ່ຂອງປະຊາຊົນ, ສະພາບການສັງຄົມ... ຕ້ອງຢຶດໝັ້ນແນວທາງການເມືອງຢ່າງມີຫົວຄິດປະດິດສ້າງ. ແນວຄິດປ່ຽນໃໝ່ຕ້ອງໄດ້ຮັບການເພີ່ມທະວີກວ່າອີກ, ພາລະກິດແຫ່ງການປ່ຽນແປງໃໝ່ຕ້ອງຊາບຊຶມນຳ້ໃຈນຳຄວາມຫວັງເພື່ອສ້າງສາປະເທດຊາດໃຫ້ໝັ້ນຂົງເຂັ້ມແຂງ, ພາຊາດໄປສູ່ຄວາມຈະເລີນຮຸ່ງເຮືອງ ກາຍເປັນອຸດົມການໃນຊີວິດຂອງຕົນເອງ”






