ຂ່າວສານ

ສືບຕໍ່ນຳ້ໃຈການປະຕິວັດເດືອນສິງຫາໃນສັງກາດໃໝ່

ໃນ​ຕະ​ຫຼອດ 81 ປີ​ຜ່ານ​ມາ​, ນຳ​້​ໃຈ​ການ​ປະ​ຕິ​ວັດ​ເດືອນສິງ​ຫາ ຍັງ​ຄົງ​ໄດ້​ສືບ​ຕໍ່​, ຈາກ​ການ​ຍາດ​ໄດ້​ເອ​ກະ​ລາດໄປສູ່ການ​ສ້າງ​ສາ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ​. ຖ້າ​ຫາກ​ວ່າ​ປີ 1945, “ການ​ລຸກ​ຮື​ຂຶ້ນ​” ແມ່ນ​ການ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ນັ້ນ, ແຕ່ມາ​ຮອດ​ປະ​ຈຸ​ບັນ ​ນີ້​ແມ່ນ​ນຳ​້​ໃຈ​ແຫ່ງ​ການ​ປ່ຽນ​ໃໝ່​, ກ້າ​ທຳ​ລາຍ​ຮົ້ວກີດ​ຂວາງ​, ປຸກ​ລຸກ​ກຳ​ລັງແຮງ​ປະ​ດິດ​ຄິດ​ສ້າງ ເພື່ອ​ໃຫ້ ຫວຽດ​ນາມ ບືນ​ຕົວຂຶ້ນ ​.
ພາບເອກະສານກ່ຽວກັບການປະຕິວັດເດືອນ ສິງຫາ. (ພາບ: VNA)

ພາຍ​ຫຼັງ​ໄຊ​ຊະ​ນະ​ປີ 1945, ນຳ​້​ໃຈ ແລະ ບົດ​ຮຽນ​ຂອງ​ການ​ປະ​ຕິ​ວັດ​ເດືອນສິງ​ຫາ ໄດ້​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ພາ​ທາງ​ໃຫ້​ແກ່​ປະ​ຊາ​ຊົນ ຫວຽດ​ນາມ ຜ່ານ​ຜ່າ​ໄລ​ຍະ​ທາງ​​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍນາໆປະການ​. ນັ້ນ​ແມ່ນ​ກຳ​ລັງ​ແຮງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສ້າງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ “ດັງກ້ອງກັງວານທົ່ວ 5 ທະ​ວີບ​, ສັ່ນ​ສະ​ເທືອນ​ທົ່ວ​ໂລກ​” ປີ 1954 ແລະ ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່​ປີ 1975, ​ທ້​ອນໂຮມ​ປະ​ເທດ​ຊາດ​ເປັນ​ໜຶ່ງ​ດຽວ​. ຜ່ານ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່​, ຫວຽດ​ນາມ ໄດ້​ບືນ​ຕົວຂຶ້ນ​ກາຍ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ຂະ​ຫຍັນ​ຂັນ​ເຄື່ອນ​, ​ເຊື່ອມ​ໂຍງ​ເລິກ​ເຊິ່ງ​, ກວ້າງ​ຂວາງ​ກັບ​ໂລກ​.

ປະ​ຈຸ​ບັນ​, ນຳ​້​ໃຈ​ປຸກ​ລຸກ​ຂອງ​ເດືອນ​ສິງ​ຫາ ຈາກ​ການ “ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​” ພວມ​ໄດ້​ຮັບ​ການ​ສືບ​ຕໍ່​ດ້ວຍ​ການ​ປະ​ຕິ​ວັດ ​ແນ​ໃສ່ “ສ້າງ​ສາອຳ​ນາດ​ການ​ປົກ​ຄອງ​” ເຊິ່ງ​ລະ​ອຽດ​ແມ່ນ​ການ​ປະ​ຕິ​ວັດ​ດ້ວຍ​ການ​ສ້າງ​ກົງ​ຈັກ​ລັດ​ໃຫ້ກະ​ທັດ​ລັດ​, ຊັບ​ຊ້ອນ​ຫົວ​ໜ່ວຍ​ບໍ​ລິ​ຫານ​. ທ່ານ ປອ ຫງວຽນ​ວັນ​ດ໋າງ​, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ​, ຖື​ວ່າ​:

“​ຊື່​ສຽງ​ຂອງ​ການ​ປະ​ຕິ​ວັດ​ເດືອນສິງ​ຫາ ແມ່ນ​ຄວາມ​ຕັດ​ສິນ​ໃຈ ແລະ ການ​ກະ​ທຳ​ໃນ​ການ​ປ່ຽນ​ແປງ​ປະ​ເທດ​ຊາດ​, ຊົນຊາດ ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນດີ​ງາມ​ກວ່າ​ໃຫ້​ແກ່​ປະ​ເທດ​ຊາດ ແລະ ໃຫ້ແກ່ຊົນຊາດ. ເກືອບ 1 ສະ​ຕະ​ວັດ​ທີ່ດຳ​ເນີນ​ການ​ປະ​ຕິ​ວັດ​ເດືອນສິງ​ຫາ​, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​, ພວກ​ເຮົາໄດ້​ເຫັນ​ວ່າ ​ມີ​ນຳ​້​ໃຈ​ການ​ປະ​ຕິ​ວັດ​ຢ່າງ​ແຂງ​ແຮງໃນ​ທົ່ວ​ສັງ​ຄົມ ຫວຽດ​ນາມ​. ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ການ​ປະ​ຕິ​ວັດ​ກ່ຽວ​ກັບ​ການ​ສ້າງກົງ​ຈັກ​ລັດ​ໃຫ້​ກະ​ທັດ​ລັດ​, ຊັບ​ຊ້ອນ​ຫົວ​ໜ່ວຍ​ບໍ​ລິ​ຫານ​ໃນ​ທົ່ວ​ປະ​ເທດ​ຄືນ​ໃໝ່​, ສະ​ແດງໃຫ້ເຫັນ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ​ພັກ ແລະ ລັດ ໃນ​ການ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ ແລະ ຄຳ​ຮຽກ​ຮ້ອງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່​”.

ນຳ້ໃຈການປະຕິວັດບໍ່ພຽງແຕ່ຢຸດຢູ່ໃນໜ້າປະຫວັດສາດໃນອະດິດຕະການເທົ່ານັ້ນ ຫາກຍັງກາຍເປັນແປວໄຟປົດປ່ອຍຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມປະດິດຄິດສ້າງຂອງຊາວ ຫວຽດນາມ ອີກດ້ວຍ. ທ່ານ ສຈ.ປອ ຫວູມິງຢາງ, ອະດິດຮອງຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃຫ້ຮູ້ວ່າ:

“ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2045 ຈະ​ມາ​ເຖິງ​, ພວກ​ເຮົາ​ຕ້ອງ​ຮັກ​ສາ​ການ​ພັດ​ທະ​ນາ 2 ຕົວ​ເລກ​, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​, ສະ​ພາບ​ການ​ສັງ​ຄົມ​... ຕ້ອງ​ຢຶດ​ໝັ້ນ​ແນວ​ທາງ​ການ​ເມືອງ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​. ແນວ​ຄິດ​ປ່ຽນ​ໃໝ່​ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະ​ວີກ​ວ່າ​ອີກ​, ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຕ້ອງ​ຊາບຊຶມ​ນຳ​້​ໃຈນຳຄວາມຫວັງ​ເພື່ອສ້າງ​ສາ​ປະ​ເທດ​ຊາດ​ໃຫ້​​ໝັ້ນ​ຂົງເຂັ້ມ​ແຂງ​, ພາ​ຊາດໄປສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ກາຍ​ເປັນ​ອຸດົມການໃນ​ຊີ​ວິດຂອງ​ຕົນ​ເອງ​”


top