
ອ່ານສານ ວັນບຸນວິສາຂະບູຊາ ປີ 2021 (ພາບ: ຂ່າວສານຫວຽດນາມ)
ຫວຽດນາມ ແມ່ນປະເທດ ມີຫລາຍສາສະຫນາ ດ້ວຍຈຳນວນພົນລະເມືອງກວ່າ 95 ລ້ານຄົນທີ່ມີການເຄື່ອນໄຫວດ້ານສາສະຫນາ ແລະ ມີສາສະນິກະຊົນສາສະຫນາຕ່າງໆກວ່າ 26,5 ລ້ານຄົນ. ຄວາມຈິງສິດເສລີໃນການເຊື່ອຖືສາສະຫນາ ຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບປະກັນ. ຖ້າຫາກໂລກລະບາດ 19 ບໍ່ເກີດຂຶ້ນ ແຕ່ລະປີ ຈະມີ ກວ່າ 8.500 ງານບຸນສາສະຫນາໄດ້ຮັບການຈັດຕັ້ງຂຶ້ນ. ບັນດາວັນບຸນໃຫຍ່ດ້ານສາສະຫນາຖືກຈັດຂຶ້ນຢ່າງສົມກຽດດ້ວຍການເຂົ້າຮ່ວມຂອງປະຊາຊົນນັບແສນໆເທື່ອຄົນ.
ການເຄື່ອນໄຫວດ້ານສາສະຫນາດຳເນີນໄປຢ່າງຟົດຟື້ນໃນທົ່ວປະເທດ, ຮັບປະກັນຄວາມຕ້ອງການການເຊື່ອຖືສາສະຫນາຂອງປະຊາຊົນ ແລະ ອົງການສາສະຫນາ. ລັດ ໄດ້ຮັບຮອງ ແລະ ອອກຫນັງສືອະນຸຍາດໃຫ້ 41 ອົງການຂຶ້ນກັບ 16 ສາສະຫນາເຄື່ອນໄຫວ ນອກນັ້ນ ຍັງມີບ່ອນເຄື່ອນໄຫວດ້ານສາສະຫນາລວມສູນນັບພັນໆແຫ່ງໄດ້ຮັບຫນັງສືອະນຸຍາດຈາກອຳນາດການປົກຄອງ. ບັນດາອົງການສາສະຫນາໄດ້ຮັບອະນຸຍາດສ້າງຕັ້ງໂຮງຮຽນບຳລຸງສ້າງ, ເປີດຊຸດອົບຮົມຜູ້ທີ່ເຄື່ອນໄຫວສະເພາະດ້ານສາສະຫນາ.
ນອກນັ້ນ ການເຄື່ອນໄຫວພົວພັນກັບສາກົນຂອງບັນດາສາສະຫນາ ນັບມື້ນັບໄດ້ຮັບການເປີດກວ້າງ, ສິດເສລີໃນການເຊື່ອຖືສາສະຫນາຂອງຊາວຊົນເຜົ່າສ່ວນຫນ້ອຍກໍ່ໄດ້ຮັບປະກັນໃຫ້ດີສຸດ.
ໃນສະພາບການ ຫວຽດນາມ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມກົນໄກເຈລະຈາປະຊາທິປະໄຕ, ສິດທິມະນຸດ, ສາສະຫນາ ປະຈຳປີ ກັບບັນດາຄູ່ເຈລະຈາ ອາເມລິກາ, ອີຢູ, ປົກປັກຮັກສາບົດລາຍງານແຫ່ງຊາດຕາມກົນໄກສຳຫລວດກວດກາປະຈຳໄລຍະ(UPR) ໄລຍະ 3, ບົດລາຍງານແຫ່ງຊາດກ່ຽວກັບການປະຕິບັດສົນທິສັນຍາສາກົນ ກ່ຽວກັບບັນດາສິດພົນລະເຮືອນດ້ານການເມືອງທີ່ສະພາສິດທິມະນຸດ ສປຊ.
ພ້ອມກັນນັ້ນ ຫວຽດນາມ ໄດ້ເປັນເຈົ້າການໃນການສະຫນອງຂໍ້ມູນກ່ຽວກັບຜົນງານຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ ໃຫ້ແກ່ບັນດາຄະນະສະມາຊິກລັດຖະສະພາ, ເຈົ້າຫນ້າທີ່ລັດຖະບານບັນດາປະເທດ ເມື່ອເຂົ້າມາເຮັດວຽກຢູ່ຫວຽດນາມ, ສະຖານທູດບັນດາປະເທດປະຈຳຮ່າໂນ້ຍ, ສ້າງຕັ້ງບັນດາຄະນະປະຕິບັດງານໄປອາເມລິກາ ແລະ ປະເທດຝ່າຍຕາເວັນຕົກ ຈຳນວນຫນຶ່ງ ເພື່ອໂອ້ລົມສົນທະນາໂດຍກົງ, ແລກປ່ຽນກ່ຽວກັບບັນຫາສາສະຫນາ. ນອກນັ້ນ ຫວຽດນາມ ຍັງເປີດກວ້າງການພົວພັນຮ່ວມມື, ເຈລະຈາກັບບັນດາປະເທດໃນພາກພື້ນ ແລະ ໂລກ ໃນຂົງເຂດເຊື່ອຖືສາສະຫນາ, ເພີ່ມທະວີວຽກງານໂຄສະນາ, ການຕ່າງປະເທດ ກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ຜົນງານດ້ານສາສະຫນາ ພ້ອມທັງປະຕິເສດບັນດາຂໍ້ມູນຂ່າວຄາວບີດເບື່ອນຄວາມຈິງກ່ຽວກັບສະພາບການສາສະຫນາຢູ່ຫວຽດນາມ. ຍ້ອນບັນດາຜົນງານນີ້ ປີ 2020 ກະຊວງການຕ່າງປະເທດ ອາເມລິກາ ບໍ່ມີເຫດຜົນໃດເພື່ອນຳເອົາ ຫວຽດນາມ ເຂົ້າບັນຊີລາຍຊື່ບັນດາຫນ້າປະເທດເປັນຫນ້າສົນໃຈ CPC ແລະ ບັນຊີລາຍຊື່ບັນດາປະເທດຕ້ອງຕິດຕາມເປັນພິເສດ SWL”.ເພື່ອຮັບປະກັນສິດເສລີດ້ານສາສະຫນາຂອງປະຊາຊົນໃຫ້ດີກວ່າເກົ່າ, ຫວຽດນາມ ໄດ້ ແລະ ພວມສືບຕໍ່ສ້າງແຜນນະໂຍບາຍ, ນະໂຍາຍ ກົດໝາຍວ່າດ້ວຍການເຊື່ອຖືສາສະຫນາໃຫ້ສຳເລັດສົມບູນ, ຍົກສູງປະສິດທິຜົນ, ປະສິດທິພາບວຽກງານຄຸ້ມຄອງລັດກ່ຽວກັບສາສະຫນາ, ຮັບປະກັນ ສິດເສລີດ້ານສາສະຫນາຂອງພົນລະເມືອງ, ສະກັດກັ້ນບັນດາປະກົດການເຊື່ອຖືສາສະຫນາໃຫມ່ໃນແງ່ບໍ່ດີເພື່ອເສກສັນປັ້ນແຕ່ງບິດເບືອນຄວາມຈິງ ຕ້ານທຳລາຍຫວຽດນາມ.

ພ້ອມກັນນັ້ນ ຫວຽດນາມ ໄດ້ ແລະ ພວມເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍສິດເສລີໃນການເຊື່ອຖືສາສະຫນາ, ສົ່ງເສີມບັນດາອົງການສາສະຫນາເຂົ້າຮ່ວມບັນດາການເຄື່ອນໄຫວເຈລະຈາສິດທິມະນຸດ, ການທູດປະຊາຊົນ. ຫວຽດນາມ ກໍ່ໄດ້ຍູ້ແຮງວຽກງານການຕ່າງປະເທດກ່ຽວກັບສາສະຫນາ, ເປັນເຈົ້າການເຂົ້າຮ່ວມບັນດາເວທີປາໄສດ້ານສາສະຫນາສາກົນ ແລະ ພາກພື້ນ ເປັນເຈົ້າການໃນການລາຍງານຂ່າວກ່ຽວກັບສະພາບການສາສະຫນາຢູ່ຫວຽດນາມ ເພື່ອໃຫ້ປະຊາຄົມສາກົນເຂົ້າໃຈ ແລະ ສະຫນັບສະຫນູນ, ສືບຕໍ່ຫນູນຊ່ວຍການເຄື່ອນໄຫວການເຊື່ອຖືສາສະຫນາຂອງວົງຄະນາຍາດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກຳນົດທິດບັນດາການເຄື່ອນໄຫວສາສະຫນາຕາມຮີດຄອງປະເພນີ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ຂໍ້ກຳນົດກົດໝາຍ.
ຄວາມຈິງ ພັກ ແລະ ລັດຫວຽດນາມ ໄດ້ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຊື່ອຖືສາສະຫນາ ຢ່າງສະເຫມີຕົ້ນສະເຫມີປາຍ, ຮັບປະກັນຄວາມສະເໝີພາບລະຫວ່າງບັນດາສາສະຫນາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳ, ຄຸນສົມບັດອັນດີງາມ ແລະ ແຫລ່ງກຳລັງແຮງຂອງສາສະຫນາໃຫ້ແກ່ວິວັດການພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)