• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາຂັ້ນສູງ APEC ແມ່ນໂອກາດ “ຄຳ” ໂຄສະນາທ່ອງທ່ຽວຫວຽດນາມ

      ສັບປະດາຂັ້ນສູງ APEC ປີ 2017 ຈະດຳເນີນຢູ່ດ່ານັ້ງ ໃນລະຫວ່າງວັນທີ 06 – 11 ພະຈິກ, ຄາດວ່າຈະມີການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ APEC, ພ້ອມດ້ວຍຜູ້ແທນສາກົນ ແລະ ພາຍໃນປະເທດປະມານ 10.000 ທ່ານ.

(ພາບປະກອບ: TTXVN)
      ນີ້ແມ່ນກາລະໂອກາດທີ່ດີເພື່ອໂຄສະນາພາບພົດການທ່ອງທ່ຽວຫວຽດນາມ ທີ່ເປີດອົກເປີດໃຈ, ໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນ ແລະ ນັບມື້ນັບເປັນມືອາຊີບເຖິງນັກທ່ອງທ່ຽວສາກົນ. ຕາມການຄົ້ນຄວ້າຂອງທ່ານຮອງສາດສະດາຈານ, ປະລິຍາເອກ ຟ້າມຈຸງເລືອງ, ສະຖາບັນສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງຫວຽດນາມ ແລ້ວ, ບັນດາທ້ອງຖິ່ນທີ່ໄດ້ຮັບການຄັດເລືອກເພື່ອຈັດຕັ້ງບັນດາເຫດການ APEC 2017 ມີກາລະໂອກາດຈັດຕັ້ງບັນດາຄະນະໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຜະລິດຕະພັນທ່ອງທ່ຽວຂອງທ້ອງຖິ່ນ; ຈັດຕັ້ງການສົ່ງເສີມການລົງທຶນດ້ານການທ່ອງທ່ຽວ ແລະ ພົບປະແລກປ່ຽນປະຊາຊົນລະຫວ່າງບັນດາຜູ້ແທນ APEC ກັບປະຊາຄົມທ້ອງຖິ່ນ ເພື່ອໃຫ້ບັນດາຜູ້ແທນມີຄວາມເຂົ້າໃຈກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ. ບັນດາຄວາມປະທັບໃຈອັນດີງາມນັ້ນເຊິ່ງບັນດາຜູ້ແທນເຂົ້າຮ່ວມ APEC 2017 ສົ່ງເຖິງປະຊາຊົນຂອງປະເທດຕົນ, ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ APEC ໃນອະນາຄົດກວ່າອີກ. ແລະ ນີ້ກໍ່ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວຫວຽດນາມ ຫັນກາລະໂອກາດໃຫ້ປະກົດຜົນຕົວຈິງ, ປະກອບສ່ວນສ້າງກຳລັງໜູນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຫວຽດນາມ ພັດທະນາ, ປະຕິບັດສຳເລັດບັນດາຄາດໝາຍຍຸດທະສາດເພື່ອໃຫ້ຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນປີ 2020.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top