• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີປາຊີຟິກ

ບັນດາເວັບໄຊຂອງ ເຢຍລະມັນ ໄດ້ມີບັນດາບົດຂຽນຕີລາຄາຄວາມສຳຄັນຂອງ RCEP ໃນນັ້ນເນັ້ນໜັກເຖິງຄວາມໝາຍອັນໃຫຍ່ຫຼວງຂອງສັນຍານີ້ ທີ່ມີຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີ - ປາຊີຟິກ.

ສື່ມວນຊົນເຜີຍວ່າ : RCEP ມີຄວາມໝາຍອັນໃຫຍ່ຫຼວງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນອາຊີ-ປາຊີຟິກ 

ສັນຍາສະບັບນີ້ໄດ້ລົງນາມທີ່ກອງປະຊຸມອອນລາຍ ລະຫວ່າງບັນດາການນຳ RCEP ໃນວັນທີ 15 ພະຈິກ ເຊິ່ງຈະຊ່ວຍຫຼຸດຜ່ອນຮົ້ວພາສີອາກອນ, ສ້າງຕັ້ງບັນດາຫຼັກການດ້ານການຄ້າລວມ, ດັ່ງນັ້ນກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ລະບົບສະໜອງສິນຄ້າ.

     ໃນຂະນະນັ້ນ ໜັງສືພິມ FAZ ໄດ້ຕີລາຄາວ່າ ເລື່ອງບັນລຸໄດ້ຄວາມເປັນເອກະພາບ ກ່ຽວກັບການຫຼຸດຜ່ອນພາສີອາກອນ ແລະ ບັນດາລະບຽບການທີ່ກ່ຽວຂ້ອງເຖິງປະມານ 20 ຂົງເຂດ ກໍ່ແມ່ນຜົນສຳເລັດທີ່ມີຕໍ່ບັນດາປະເທດເຂົ້າຮ່ວມ RCEP ເຊິ່ງເຄີຍພວມມີການແກ້ງແຍ້ງແຂ່ງຂັນໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top