• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ-ມາ​ເລ​ເຊຍ ຄົບ​ຮອບ 50 ປີ

ປະຈຸບັນ, ມາເລເຊຍ ແມ່ນນັກລົງທຶນ ອາຊຽນ ລາຍໃຫ່ຍທີ 2 ຢູ່ ຫວຽດນາມ ແລະ ຢືນອັນດັບທີ 10 ໃນຈຳນວນ 140 ປະເທດ ແລະ ບັນດາເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.
(ພາບ: TTXVN)

ຕອນຄ່ຳວັນທີ 12 ຕຸລາ, ຢູ່ສູນການຄ້າ ແລະ ວາງສະແດງສາກົນ (MITEC)  ຢູ່ນະຄອນຫຼວງ ກົວລາລຳເປີດ ປະເທດ ມາເລເຊຍ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ສະມາຄົມມິດຕະພາບ ມາເລເຊຍ-ຫວຽດນາມ ໄດ້ສົມທົບກັນຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ມາເລເຊຍ ຄົບຮອບ 50 ປີ (1973 - 2023).

ທີ່ພິທີ, ທ່ານ ດິງງອກລິນ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ທ່ານ Ewon Benedick ລັດຖະມົນຕີກະຊວງ ພັດທະນາວິສາຫະກິດ ແລະ ຮ່ວມມື ມາເລເຊຍ ລ້ວນແຕ່ໄດ້ຢືນຢັນວ່າ ການພົວພັນລະຫວ່າງ ຫວຽດນາມ- ມາເລເຊຍ ໄດ້ພັດທະນາຢ່າງກ້າວກະໂດດຂັ້ນໃນທຸກດ້ານ. ສອງປະເທດແມ່ນບັນດາຄູ່ຮ່ວມມືອັນດັບ 1 ຂອງກັນໃນ ອາຊຽນ. ປະຈຸບັນ, ມາເລເຊຍ ແມ່ນນັກລົງທຶນ ອາຊຽນ ລາຍໃຫ່ຍທີ 2 ຢູ່ ຫວຽດນາມ ແລະ ຢືນອັນດັບທີ 10 ໃນຈຳນວນ 140 ປະເທດ ແລະ ບັນດາເຂດແຄ້ວນລົງທຶນເຂົ້າ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top