ກ່ອນໜ້ານັ້ນ, ໃນບັນດາວາລະປະຊຸມຢູ່ຫໍສະພາແຫ່ງຊາດ ແລະ ປຶກສາຫາລືຢູ່ທີ່ໜ່ວຍງານ, ໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ບັນດາເນື້ອໃນຮ່າງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ) ໂດຍລັດຖະບານຍື່ນສະເໜີຕໍ່ສະພາແຫ່ງຊາດ. ທ່ານ ຟ້າມວັນຮວ່າ, ສະມາຊິກສະພາແຫ່ງຊາດ ແຂວງ ດົ່ງທາບ, ຢັ້ງຢືນວ່າ:
“ການປັບປຸງກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານໃຫ້ເໝາະສົມກັບກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ), ເຊິ່ງໄດ້ໝູນໃຊ້ຈັດຕັ້ງປະຕິບັດການປັບປຸງການຈັດຕັ້ງກົງຈັກຈາກສະພາແຫ່ງຊາດ, ລັດຖະບານຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນໃຫ້ກະທັດລັດ. ຕາມຂ້າພະເຈົ້າແລ້ວ, ການປັບປຸງກົດໝາຍໃນຈຸດເວລານີ້ແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດເພື່ອຮັບປະກັນໃຫ້ໄລຍະແຕ່ວັນທີ 01 ມີນາ ເປັນຕົ້ນໄປ, ການເຄື່ອນໄຫວຂອງອົງການປະຕິບັດກົດໝາຍສາມາດເຄື່ອນໄຫວຢ່າງສະດວກດີ ເມື່ອພວກເຮົາໄດ້ ແລະ ກຳລັງປັບປຸງກົງຈັກລັດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໃຫ້ກະທັດລັດ.”