• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ
  ທ່ານ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ. (ພາບ: VNA)  

ໂດຍ​ສືບ​ຕໍ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16, ຕອນ​ເຊົ້າ​ວັນ​ທີ 22 ຕຸ​ລາ, ບັນ​ດາ ສ​ສ​ຊ ໄດ້ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວ​ກັບຮ່າງກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ສະ​ບັບ​ປັບ​ປຸງ, ​ຮ່າງກົດ​ໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ ສະ​ບັບ​ປັບ​ປຸງ ແລະ ​ຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ ສະ​ບັບ​ປັບ​ປຸງ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ ເຈິ່ນ​ແທັງ​ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະເໜີຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ:

ເພີ່ມຫຼັກ​ການດຸ່ນ​ດ່ຽງ​ຜົນ​ປະ​ໂຫຍດ​ຂອງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ, ນັກ​ລົງ​ທຶນ; ມີ​ດັດ​ຊະ​ນີ​ປັບ​ປຸງ​ເຂດ​ມູນ​ຄ່າ​ຂອງ​ທີ່​ດິນ​ຕາມ​ມາດ​ຖານ​ຢ່າງ​ຈະ​ແຈ້ງ. ຕາ​ຕະ​ລາງທີ່​ດິນ​ຕ້ອງ​​ປະ​ກາດ 5 ປີ/ເທື່ອ​, ຫຼື​ມີ​ໄຫວ​ພິບ​ກວ່າ​ແມ່ນ​ປະ​ກາດ​ໂດຍ​ໄວກ່ຽວ​ກັບກົນ​ໄກ​ປັບ​ປຸງ​ໃນໄລ​ຍະ ເມື່ອ​ເກີດ​ການ​ຜັນ​ແປ​ໃຫຍ່. ບັງ​ຄັບ​ໃຫ້​ການກວດ​ກາ​ແມ່ນ​ຕ້ອງ​ເປັນ​ເອ​ກະ​ລາດ, ເປີດ​ເຜີຍ​ແບບ​ວິ​ທີ​ການ ແລະ ຂໍ້​ມູນ​ສົ້ນ​ເຂ​ົ້າ.

ສຳ​ລັບ​ຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ ສະ​ບັບ​ປັບ​ປຸງ, ບັນ​ຫາ​ທີ່ ສ​ສ​ຊ ຫຼາຍ​ທ່ານ​ໄດ້ມີຄວາມ​ສົນ​ໃຈ​ແມ່ນ ​ຄວາມ​ສາ​ມາດ​ປົກ​ປ້ອງ​ຜູ້​ຊື້ ເມືີ່ອ​ການ​ເຮັດທຸລະກຳ​ເກີດ​ຄວາມ​ສ່ຽງ. ທ່ານ​ນາງ ຫງວຽນ​ທິທູ​ຢຸງ ຄະ​ນະ ສ​ສ​ຊ ຮ່າ​ໂນ້ຍ ສະ​ເໜີ​ວ່າ ຕ້ອງຄວບຄຸມກວດ​ກາ​ການ​ລະ​ດົມ​ທຶນ​ນັບ​ແຕ່​ເມື່ອ​ເລີ່ມເຮັດທຸລະກຳ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນກັບ ລາວ

ຫວຽດນາມ ຍາມໃດກໍ່ສະຫງວນບຸລິມະສິດສູງສຸດໃຫ້ການພົວພັນກັບ ລາວ

ຍາມໃດ ຫວຽດນາມ ກໍ່ໃຫ້ບຸລິມະສິດສູງສຸດໃນການພົວພັນກັບ ລາວ, ພ້ອມກັນນັ້ນກໍ່ ສະເໜີໃຫ້ຄະນະຊາວໜຸ່ມສອງປະເທດເພີ່ມທະວີການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດລະຫວ່າງ ຫວຽດນາມ ແລະ ລາວ

Top