ຕາມປື້ມປົກຂາວ “ສາສະໜາ ແລະ ນະໂຍບາຍວ່າດ້ວຍສາດສະໜາຢູ່ ຫວຽດນາມ” (ປີ 2023), ຢູ່ ຫວຽດນາມ ມີ 43 ອົງການຈັດຕັ້ງ, ຂຶ້ນກັບ 16 ສາສະໜາທີ່ລັດໄດ້ຮັບຮູ້ ແລະ ອອກໃບອະນຸຍາດຈົດທະບຽນການເຄື່ອນໄຫວດ້ວຍສາສະນິກກະຊົນກ່ວາ 27,7 ລ້ານຄົນ. ມີ 5 ສາສະໜາໃຫ່ຍດ້ວຍຈຳນວນສາສະນິກກະຊົນກ່ວາ 1 ລ້ານຄົນຄື: ສາດສະໜາພຸດ, ສາດສະໜາກາໂຕລິກ, ສາດສະໜາພຸດ ຮ່ວາຫາວ, ໂປແຕັດສະຕັງ, ກາວດ່າຍ…
ໃນຕົ້ນເດືອນມີນາປີ 2026, ກະຊວງຊົນເຜົ່າ ແລະ ສາສະໜາ ມີເອກະສານທາງການເລກທີ 494 ສົ່ງເຖິງຄະນະກຳມະການ ປຊຊ ບັນດາແຂວງ, ນະຄອນ ສະເໜີມີຄວາມເອົາໃຈໃສ່, ຊີ້ນຳບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ຜັນຂະຫຍາຍປະຕິບັດວຽກງານໂຄສະນາກ່ຽວກັບການເລືອກຕັ້ງໃຫ້ ໃນໝູ່ ປຊຊ ຊາວຊົນເຜົ່າສ່ວນໜ້ອຍເປັນຢ່າງດີ, ເພື່ອແນໃສ່ຈັດການເລືອກຕັ້ງຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ. ທ່ານ ກະເລ່ນ ຊາວຄຼິດບ້ານ ກະລອງ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ:
ພາຍຫຼັງໄດ້ໄປເຮັດພິທີຢູ່ໂບດມາ, ຊາວຄຼິດເກືອບທັງໝົດໄດ້ເຂົ້າຮ່ວມການເລືອກຕັ້ງໂດຍທັນທີ. ປຊຊ ກຳໄດ້ແຜນນະໂຍບາຍຂອງພັກ ແລະ ລັດ, ດັ່ງນັ້ນ ກໍ່ມີຄວາມກະຕືລີລົ້ນໄປປະຕິບັດສິດທິພົນລະເມືອງຂອງຕົນ ດ້ວຍຄວາມພາກພູມໃຈທີ່ສຸດ.
ໃນຕົວຈິງ, ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031, ອາດເຫັນວ່າມີໂຄງປະກອບຫຼາຍຮູບຫຼາຍແບບ ດ້ວຍການມີໜ້າຂອງຜູ້ມີຍົດຖາບັນດາສັກ, ນັກບວດຂອງສາສະໜາພຸດ, ສາສະໜາຄຼິດ, ໂປແຕັດສະຕັງ….ເລື່ອງຜູ້ມີຍົດຖາບັນດາສັກໄດ້ສະໝັກຮັບເລືອກຕັ້ງເຂົ້າໃນອົງການສິດອຳນາດສູງສຸດຂອງລັດ ແມ່ນການພິສູດໃຫ້ເຫັນສິດສະເໝີພາບກ່ຽວກັບສິດການເມືອງ. ເຂົາເຈົ້າບໍ່ພຽງແຕ່ໄດ້ເປັນຜູ້ຕາງໜ້າໃຫ້ແກ່ກົດໝາຍເທົ່ານັ້ນ, ຖ້າໄດ້ຮັບການເລືອກຕັ້ງ, ເຂົາເຈົ້າຈະນຳເອົາສຽງເວົ້າຂອງຜູ້ມີສິດເລືອກຕັ້ງບັນດາສາສະໜາເຂົ້າໃນເວທີການເມືອງ, ປະກອບສ່ວນເຂົ້າໃນວິວັດການສ້້າງກົດໝາຍ ແລະ ຕົກລົງບັນດາບັນຫາສຳຄັນຍິ່ງຂອງປະເທດຊາດອີກດ້ວຍ.
ສິດເສລີພາບທາງສາສະໜາຢູ່ ຫວຽດນາມ ສະແດງອອກຜ່ານຫຼາຍແງ່ມູມ
ຍາມໃດພັກ ແລະ ລັດ ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເຖິງເລື່ອງເລືອກເອົາບັນດາຜູ້ແທນໃນບັນດາຊົນເຜົ່າ, ສາສະໜາເພື່ອເຂົ້າເປັນ ສສຊ ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ. ໃນຊຸມປີຜ່ານມາ, ອັດຕາສ່ວນ ສສຊ ໃນບັນດາຊົນເຜົ່າ, ສາສະໜາ ຍາມໃດກໍ່ໄດ້ຖືເປັນສຳຄັນ. ສະພາແຫ່ງຊາດຊຸດທີ 15 ອາຍຸການ 2021-2026 ມີຜູ້ໄດ້ຮັບການເລືອກຕັ້ງ 499 ທ່ານ, ໃນນັ້ນ ມີ 89 ທ່ານ ເປັນຊາວຊົນເຜົ່າສ່ວນໜ້ອຍ (ກວມເອົາ 17,84%), ມີ 05 ທ່ານເປັນຜູ້ມີຍົດຖາບັນດາສັກ.
ການມີໜ້າຂອງຜູ້ມີຍົດຖາບັນດາສັກໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ຫຼືບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງ ແມ່ນສິ່ງພິສູດໃຫ້ເຫັນເລື່ອງລົບລ້າງບັນດາຄວາມນຶກຄິດຕາຍຕົວ ກ່ຽວກັບການຈຳແນກການປະພຶດລະຫວ່າງບັນດາສາສະໜາໃນອົງການໂດຍ ປຊຊ ເລືອກຕັ້ງ. ຍາມໃດ ພໍ່ແມ່ ປຊຊ ບັນດາສາສະໜາກໍ່ແມ່ນແຫຼ່ງກຳລັງສຳຄັນ ໃນການສ້າງສາ ແລະ ພັດທະນາປະເທດຊາດ.
ຢູ່ ຫວຽດນາມ , ພໍ່ແມ່ ປຊຊ ບັນດາຊົນເຜົ່າ, ສາສະໜາ ແມ່ນສ່ວນໜຶ່ງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ການຮັບປະກັນສິດເສລີພາບໃນການເຫຼື້ອມໃສສາສະໜາ ບໍ່ພຽງແຕ່ແມ່ນການປະຕິບັດກົດໝາຍເທົ່ານັ້ນ, ຫາກຍັງແມ່ນຄວາມເຄົາລົບຄວາມມີຫຼາຍຮູບຫຼາຍແບບໃນຄວາມເປັນເອກະພາບອີກດ້ວຍ, ແມ່ນການສ້າງໃຫ້ມີພື້ນທີ່ເພື່ອໃຫ້ ປຊຊ ທຸກຄົນ ເຖິງວ່າມີຄວາມເຊື່ສອຖືສາສະໜາຫຼືບໍ່ມີ ກໍ່ລ້ວນແຕ່ມີຄວາມຮູ້ສຶກວ່າ ຕົນເອງແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ໃນບັນດາຜົນງານຂອງປະເທດຊາດ./.










