ສະຖາບັນກະສິກຳ ຫວຽດນາມ ຕ້ອງນຳພູມປັນຍາ ຈາກໂຮງຮຽນ ໄປສູ່ ທົ່ງນາ; ນຳເຕັກໂນໂລຢີຈາກຫ້ອງທົດລອງ ເຂົ້າການຜະລິດ; ນຳໝາກຜົນຂອງການຄົ້ນຄ້ວາ ເຂົ້າວິສາຫະກິດ; ນຳຄຸນຄ່າວິທະຍາສາດ ໄປສູ່ ປະຊາຊົນ, ນຳບັນດາບັນຫາໃນການຜະລິດຕົວຈິງ ກັບຄືນສູ່ໂຮງຮຽນ ແລະ ຫ້ອງທົດລອງເພື່ອຄົ້ນຄ້ວາ, ແກ້ໄຂ. ນັ້ນແມ່ນຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຢູ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສະຖາບັນກະສິກຳ ຫວຽດນາມ (12/10/1956 - 12/10/2026) ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ.
ໂດຍຕາງໜ້າການນຳພັກ, ລັດ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ບັນດາມະຕິຂອງ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ສະພາແຫ່ງຊາດ, ລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນແຫ່ງຊາດ ແລະ ບຸກທະລຸໃນການພັດທະນາການສຶກສາ, ບຳລຸງສ້າງເປີດສະຖານທີ່ພັດທະນາທີ່ຍິ່ງໃຫຍ່ໃຫ້ແກ່ບັນດາຮາກຖານການສຶກສາ ມະຫາວິທະຍາໄລ. ສະຖາບັນຕ້ອງຫັນບັນດາແຜນນະໂຍບາຍໃຫຍ່ນັ້ນກາຍເປັນບັນດາໂຄງການກະທຳລະອຽດ, ບັນດາຜະລິດຕະພັນວິທະຍາສາດລະອຽດ ແລະ ຄຸນຄ່າລະອຽດໃຫ້ແກ່ປະເທດຊາດ. ທ່ານໃຫ້ຮູ້ວ່າ:
ສະຖານບັນກະສິກຳ ຫວຽດນາມ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງໂຄງການບຳລຸງສ້າງ, ຕ້ອງສຶກສາ, ບຳລຸງສ້າງ ພົນລະເມືອງທົ່ວໂລກ ຂອງພື້ນຖານກະສິກຳ ຫວຽດນາມ ທີ່ທັນສະໄໝ. ຫັນປ່ຽນຈາກການບຳລຸງສ້າງສິ່ງທີ່ໂຮງຮຽນມີ ໄປສູ່ການບຳລຸງສ້າງຕາມຄວາມຕ້ອງການຂອງສັງຄົມ, ວິສາຫະກິດ ແລະ ການພັດທະນາຂອງປະເທດຊາດ.






