ການນຳສອງທ່ານສະແດງຄວາມພາກພູມໃຈ ກ່ຽວກັບການພັດທະນາອັນດີງາມລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້
ຕອນເຊົ້າວັນທີ 10 ຕຸລາ, ໃນການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຢ້ຽມຂ່ຳນັບກະສັດ Norodom Sihamoni ແລະ ພະລາຊີນີ Norodom Monineath Sihanouk ຢູ່ວັງພະບໍລົມວົງສານຸວົງ ກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຊົມເຊີຍບັນດາຜົນງານອັນໃຫ່ຍຫຼວງ, ຮອບດ້ານ ໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ ຊື່ງ ປຊຊ ກຳປູເຈຍ ບັນລຸໄດ້ ພາຍຫຼັງຂຶ້ນຄອງບັນລັງຂອງກະສັດ, ການນຳພາຂອງສະພາສູງ, ສະພາແຫ່ງຊາດ, ລັດຖະບານ ແລະ ການສະໜັບສະໜູນຢ່າງແຮງຂອງ ປຊຊ.
ກະສັດ Norodom Sihamoni ເນັ້ນນັຫກວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດຍປະທານ ໂຮ່ຈິມິນ ແລະ ອະດີດ ກະສັດ Norodom Sihanouk ສ້າງພື້ນຖານ, ບັນດາລຸ້ນການນຳ ແລະ ປຊຊ ໄດ້ເພີ່ມພູນຄຸນສ້າງຜ່ານຫຼາຍລຸ້ນຄົນ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຢ້ຽມຂ່ຳນັບກະສັດ Norodom Sihamoni (ພາບ: VNA)
ການນຳສອງທ່ານສະແດງຄວາມພາກພູມໃຈ ກ່ຽວກັບການພັດທະນາອັນດີງາມລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ ແລະ ເຫັນດີຈະສືບຕໍ່ຊຸກຍູ້ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ນ້ຳໃຈສາມັກຄີອັນເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງ ຫວຽດນາມ-ກຳປູເຈຍ ນັບມື້ນັບແທດຈິງ ແລະ ໝັ້ນຄົງໜັກແໜ້ນ.
ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ເດີນທາງອອກຈາກສະໜາມບິນສາກົນ ຢູ່ນະຄອນຫຼວງ ພະນົມເປັນ, ສິ້ນສຸດການຢ້ຍມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນຈົບງາມ ແຕ່ວັນທີ 9 – 10 ຕຸລາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Manet.
ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ໂອ້ລົມເຈລະຈາກັບທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ , ພົບປະກັບ ທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ, ທ່ານ Hun Sen ປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ, ເຂົ້າຢ້ຽມຂ່ຳນັບ ກະສັດ Norodom Sihamoni ແລະ ພະລາຊີນີ Norodom Monineath Sihanouk. ທ່ານນາຍົກລັດຖະມົນຕີ ກໍ່ເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ກຳປູເຈຍ 2026, ໃຫ້ການຕ້ອນຮັບການນຳ ແລະ ບັນດາຊາວໜຸ່ມດີເດັ່ນຂອງ ສະຫະພັນ ຊາວໜຸ່ມກຳປູເຈຍ, ຢ້ຽມຢາມບໍລິສັດ ແລະ ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ.
ໃນການໂອ້ລົມເຈລະຈາ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານນາຍົກລັດຖະມົນຕີ Hun Manet ເປັນສັກຂີພິຍານພິທີມອບຮັບເອກະສານຮ່ວມມືສອງຝ່າຍ 6 ສະບັບກ່ຽວກັບບັນດາຂົງເຂດການປ້ອງກັນຄວາມໝັ້ນຄົງ, ການປ້ອງກັນຕ້ານຢາເສັບຕິດ, ການຄ້າ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ.