• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ ວັນ Yoga ສາກົນ ຄັ້ງທີ 4

ຕອນຄ່ຳວັນທີ 16 ມິຖຸນາ, ຢູ່ເດີນແລ່ນ ແລະ ລານທີ່ຮ່າໂນ້ຍ, ສະຖານທູດອີນເດຍປະຈຳຫວຽດນາມ ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈັດຕັ້ງວັນ Yoga ສາກົນຄັ້ງທີ 4 ຢູ່ຫວຽດນາມ

ການເຄື່ອນໄຫວຕອບສະໜອງ ວັນ Yoga ສາກົນ 

ນີ້ແມ່ນການເຄື່ອນໄຫວເພື່ອຕອບສະໜອງເຫດການສະເຫຼີມສະຫຼອງ ວັນ Yoga ສາກົນ ວັນທີ 21 ມິຖຸນາໃນແຕ່ລະປີ.

    ກ່າວຄຳເຫັນໄຂເຫດການ, ເອກອັກຄະລັດຖະທູດອີນເດຍປະຈຳຫວຽດນາມ Harish ເນັ້ນໜັກວ່າ ໃນ 2 ປີທີ່ຜ່ານມາ, Yoga ໄດ້ກາຍເປັນປະເພດກິລາກາຍຍະກຳທີ່ໄດ້ຮັບຄວາມນິຍົມຊົມຊອບຢູ່ຫວຽດນາມ. ນີ້ກໍແມ່ນສາຍສຳພັນ ເຊື່ອມຈອດລະຫວ່າງປະຊາຊົນຫວຽດນາມ ແລະ ອິນເດຍເພື່ອນ້ຳໃຈມິດຕະພາບ ແລະ ການຮ່ວມມື.

    ແລະ ກໍເພື່ອເປັນການຕອບສະໜອງເຫດການດັ່ງກ່າວ, ຕອນເຊົ້າວັນທີ 17 ມິຖຸນາ, ມີຄູເຝິກ, ສະມາຊິກຂອງ 30 ສະໂມສອນ Yoga ທີ່ມາຈາກບັນດາແຂວງ, ນະຄອນໃນພາກເໜືອຫວຽດນາມ ລວມທັງໝົດ 800 ຄົນໄດ້ເຂົ້າຮ່ວມລາຍການສະແດງ Yoga ຢູ່ສູນວັດທະນະທຳ ຈຸກເລີມ, ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື, ນະຄອນ ອວງບີ້, ແຂວງກວາງນິງ. ທ່ານ ວູ້ຈ້ອງເລີ້ຍ, ປະທານສະຫະພັນ Yoga ຫວຽດນາມ ໃຫ້ຮູ້ວ່າ : 

   “ ປີນີ້, ຫຼາຍທ້ອງຖິ່ນຢູ່ຫວຽດນາມໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອ ເພື່ອຕອບສະໜອງເຫດການສະເຫຼີມສະຫຼອງ ວັນ Yoga ສາກົນ ຢ່າງມີປະສິດທິຜົນ. ສ່ວນແຂວງກວາງນິງ ກໍໄດ້ຈັດຕັ້ງການເຄື່ອນໄຫວຢູ່ດິນແດນແຫ່ງສັກສິດນີ້ ແມ່ນມີຄວາມໝາຍທີ່ສຸດ, ອັນໄດ້ຊ່ວຍໃຫ້ຜູ້ຝຶກແອບມີການກຳນົດທິດເຄື່ອນໄຫວຢ່າງມີຄວາມໝາຍ, ນັ້ນແມ່ນຝຶກແອບເພື່ອສຸຂະພາບ, ຈິດໃຈ ແລະ ມີສະຕິຄວາມຮັບຜິດຊອບຕໍ່ວົງຄະນະຍາດ ”
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top