• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 73 ປີ ແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດ ທີ 2 ກັນຍາ: ປົກປັກຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດຫວຽດນາມ ລາວ

ວັນທີ 30 ສິງຫາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ.ລາວ ຫງວຽນບ໊າຮຸ່ງ, ໄດ້ຕອບສໍາພາດຕໍ່ສື່ມວນຊົນລາວ ແລະ ຫວຽດນາມ ກ່ຽວກັບສາຍພົວພັນ ສາມັກຄີແບບພິເສດຫວຽດນາມ-ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມຄົບຮອບ 73 ປີ ຄືວັນທີ 02 ກັນຍາ 1945 - 02 ກັນຍາ 2018


ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສປປ.ລາວ ຫງວຽນບ໊າຮຸ່ງ

(ພາບ: Pham kien/TTXVN)

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ຢັ້ງຢືນວ່າ ໃນຕະຫຼອດຊຸມປີຜ່ານມາ, ສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ສືບຕໍ່ພັດທະນາ, ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ນໍາມາເຊິ່ງຜົນປະໂຫຍດແທດຈິງ ແລະ ໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ. ປະຊາຊົນຫວຽດນາມ ຍາມໃດກໍປາດຖະໜາ, ພ້ອມແລ້ວທີ່ຈະຮ່ວມເດີນທາງ ແລະ ແບ່ງປັນກັບປະຊາຊົນລາວໃນກິດຈະການພັດທະນາປະເທດຊາດໃຫ້ໝັ້ນຄົງ ດ້ວຍຈິດໃຈສັດຊື່ບໍລິສຸດ, ນໍ້າໃຈສາມັກຄີ ແລະ ຄວາມສາມາດຂອງຕົນ, ພ້ອມກັນສູ້ຊົນຍົກການພົວພັນແບບພິເສດຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່ຕາມທິດນໍາມີຄຸນນະພາບ, ມີປະສິດທິຜົນ, ແທດຈິງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

        ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ຖືວ່າ ປັດຈຸບັນ ຫວຽດນາມ ແລະ ລາວ ພວມຢືນຢູ່ຕໍ່ໜ້າກາລະໂອກາດພັດທະນາຫຼາຍຢ່າງ ແຕ່ກໍຕ້ອງປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ. ສະນັ້ນ, ສອງປະເທດຄວນເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ນໍ້າໃຈສາມັກຄີແບບພິເສດ  ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

        ພັກ, ລັດ ແລະ ປະຊາຊົນຫວຽດນາມ ຈະພ້ອມກັບ ພັກ, ລັດ ແລະ ປະຊາຊົນລາວ ຕັດສິນໃຈປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ - ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ນໍາສອງປະເທດກ້າວຂຶ້ນ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດສັນຕະພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. 

(ແຫຼ່ງຄັດຈາກ VOV)


ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top