• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເດນມາກ

ຜ່ານເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນ ຫວຽດນາມ-ເດນມາກ ໄດ້ຫັນປ່ຽນຈາກການພົວພັນຮ່ວມມືພັດທະນາແບບມູນເຊື້ອ ເປັນການພົວພັນຄູ່ຮ່ວມມືສະເໜີພາບ, ຕ່າງຝ່າຍຕ່າງມີມີຜົນປະໂຫຍດ.

ຜ່ານເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນ ຫວຽດນາມ-ເດນມາກ ໄດ້ຫັນປ່ຽນຈາກການພົວພັນຮ່ວມມືພັດທະນາແບບມູນເຊື້ອ ເປັນການພົວພັນຄູ່ຮ່ວມມືສະເໜີພາບ, ຕ່າງຝ່າຍຕ່າງມີມີຜົນປະໂຫຍດ.

    

ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ກ່າວຄຳເຫັນຢູ່ທີ່ພິທີ

(ພາບ: TTXVN)

ໂດຍສືບຕໍ່ວາລະການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງອົງມົງກຸດລາຊາກຸມມານ ເດນມາກ ເຟເດີຣິກ ແລະ ເຈົ້າຍິງ ແມຣີ ເອລິຊາເບັດ, ຕອນຄ່ຳວັນທີ 01 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ, ອົງມຸງກຸດລາຊາກຸມານ ແລະ ເຈົ້າຍິງ ພ້ອມກັນເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງທູດ ຫວຽດນາມ-ເດນມາກ (25 ພະຈິກ 1971-25 ພະຈິກ 2021). ພິທີໄດ້ຖືກໂຈະໄວ້ 1 ປີ ຍ້ອນໂລກລະບາດໂຄວິດ 19.

        ກ່າວຄຳເຫັນຢູ່ທີ່ພິທີ, ທ່ານນາງ ຮອງປະທານປະເທດ ຫວໍຖິແອ່ງຊວັນ ໄດ້ເນັ້ນໜັກວ່າ ຜ່ານເຄິ່ງສະຕະວັດແຫ່ງການພັດທະນາ, ການພົວພັນ ຫວຽດນາມ-ເດນມາກ ໄດ້ຫັນປ່ຽນຈາກການພົວພັນຮ່ວມມືພັດທະນາແບບມູນເຊື້ອ ເປັນການພົວພັນຄູ່ຮ່ວມມືສະເໜີພາບ, ຕ່າງຝ່າຍຕ່າງມີມີຜົນປະໂຫຍດ ແລະ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013.

        “ໂລກພວມປະເຊີນໜ້າກັບບັນດາສີ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຍ້ອນແນວນັ້ນປະຊາຄົມສາກົນຕ້ອງເພີ່ມທະວີການຮ່ວມມືເພື່ອຜ່ານຜ່າສີ່ງທ້າທາຍ, ຟື້ນຟູການພັດທະນາ. ຄວາມສາມາດ ແລະ ທ່າແຮງບົມຊ້ອນລະຫວ່າງ ຫວຽດນາມ ແລະ ເດນມາກຍັງໃຫຍ່ຫຼວງຢູ່ບັນດາພື້ນຖານຂອງບັນດາຂອບເຂດນິຕິກຳທີ່ມີມາແລ້ວ ແລະ ຈະ ໄດ້ສ້າງຕັ້ງໃນເວລາທີ່ຈະມາເຖິງ, ໝັ້ນໝາຍເປີດອານາຄົດການຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບມີປະສິດທິຜົນ, ໝັ້ນຄົງໜັກແໜ້ນ.

        ສ່ວນ, ອົງມົງກຸດລາຊາກຸມມານ ເຟເດີຣິກ ໃຫ້ຮູ້ວ່າ ໃນການຢ້ຽມຢາມຄັ້ງນີ້, ຄະນະວິສາຫະກິດ ເດນມາກ ໄດ້ວາງເປົ້າໝາຍແລກປ່ຽນກັບບັນດາຄູ່ຮ່ວມມື ຫວຽດນາມ ກ່ຽວກັບມາດຕະການໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ, ສ້າງກຳລັງໜູນໃໝ່ໃນການຮ່ວມມືລົງທຶນ ລະຫວ່າງປະຊາຄົມວິສາຫະກິດສອງປະເທດ.

(ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top