• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 30 ປີແຫ່ງວັນກຸ່ມປູຊະນີຍະສະຖານກຸ່ງເກົ່າເຫ້ວໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກ

ເລື່ອງກຸ່ມປູຊະນີຍະສະຖານກຸ້ງເກົ່າເຫວ້ - ມໍລະດົກວັດທະນະທຳແຫ່ງທຳອິດຂອງ ຫວຽດນາມ ໄດ້ຮັບການ ຢັ້ງຢືນຈາກ UNESCO ເປັນມໍລະດົກວັດທະນະທຳໂລກ ແລະ ຫຼັງຈາກນັ້ນ 10 ປີ, ດົນຕີພະລາດຊະວັງ...
ທ່ານ ຫງວຽນຊວນຖັງ, ຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ຕອນຄ່ຳວັນທີ 17 ມິຖຸນາ, ຢູ່ນະຄອນເຫວ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ໄດ້ຈັດພິທີສະເຫຼີມສະຫຼອງ 30 ປີແຫ່ງວັນກຸ່ມປູຊະນີຍະສະຖານກຸ້ງເກົ່າ ເຫວ້ ແລະ 20 ປີແຫ່ງວັນດົນຕີພະລາດຊະວັງ ຫວຽດນາມ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກຈາກອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO).

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວນຖັງ, ຜູ້ອຳນວຍການສະຖານບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ: ເລື່ອງກຸ່ມປູຊະນີຍະສະຖານກຸ້ງເກົ່າເຫວ້ - ມໍລະດົກວັດທະນະທຳແຫ່ງທຳອິດຂອງ ຫວຽດນາມ ໄດ້ຮັບການ ຢັ້ງຢືນຈາກ UNESCO ເປັນມໍລະດົກວັດທະນະທຳໂລກ ແລະ ຫຼັງຈາກນັ້ນ 10 ປີ, ດົນຕີພະລາດຊະວັງ ກໍ່ໄດ້ຮັບການຢັ້ງຢືນອັນໄດ້ເປີດຊ່ອງທາງນຳບັນດາມໍລະດົກວັດທະນະທຳ ຫວຽດນາມ ເຊື່ອມໂຍງເລິກເຊິ່ງ, ກ້ວາງຂວາງເຂົ້າກັບພາກພື້ນ ແລະ ໂລກເທື່ອລະກ້າວ, ຢັ້ງຢືນກັບໂລກວ່າ ຫວຽດນາມ ແມ່ນປະເທດອຸດົມສົມບູນດ້ານວັດທະນະທຳ ແລະ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຂະແໜງອຸດສາຫະກຳ, ບໍລິການວັດທະນະທຳຢ່າງແຮງ. ປະຈຸບັນ, ເທື່ອທຽນ - ເຫວ້ ແມ່ນແຂວງໜຶ່ງດຽວຂອງ ຫວຽດນາມ ກໍ່ຄືຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີ ມໍລະດົກວັດທະນະທຳໂລກໂດຍ UNESCO ຢັ້ງຢືນ 5 ແຫ່ງ. ມໍລະດົກເຫວ້ ແມ່ນສະຖານທີ່ເຄີຍໄດ້ຕ້ອນຮັບບັນດາການນຳ, ບັນດາປະມຸກລັດ, ບັນດາຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ ເມື່ອມາຢາມ ເຫວ້ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top