• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະເຫຼີມສະຫຼອງ 10 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ກຳລັງຮັກສາສັນຕິພາບຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນ, ພົ້ນເດັ່ນໃນການເຄື່ອນໄຫວຮັກສາສັນຕິພາບສາກົນ ໃນ 10 ປີຜ່ານມາ
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ທີ່ພິທີ (ພາບ:ນັກຂ່າວVOV ປະຈຳ ອາເມລິກາ)

ວັນທີ 24 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຈັດ “ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຮັກສາສັນຕິພາບ ສປຊ (29/5/1948 – 29/5/2024) ແລະ 10 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ (2014 – 2024)” ຢ່າງສົມກຽດ. ທ່ານ ດັ້ງຮ່ວາງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ເປັນເຈົ້າພາບຈັດພິທີ.

ຊົມເຊີຍໃຫ້ບັນດານັກຮົບ, ນາຍທະຫານ, ຕຳຫຼວດທີ່ໄດ້ ແລະ ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ບັນດາຄະນະປະຕິບັດງານ ກໍ່ຄືຢູ່ສຳນັກງານ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ກຳລັງຮັກສາສັນຕິພາບຂອງ ຫວຽດນາມ ໄດ້ປະກອບສ່ວນສຳຄັນ, ພົ້ນເດັ່ນໃນການເຄື່ອນໄຫວຮັກສາສັນຕິພາບສາກົນ ໃນ 10 ປີຜ່ານມາ, ຊຶ່ງຮັບການຕີລາຄາສູງຈາກການນຳ ສປຊ ກໍ່ຄືອຳນາດການປົກຄອງ ແລະ ປະຊາຊົນຢູ່ບັນດາປະເທດ. ໝາກຜົນນັ້ນຢັ້ງຢືນແຜນນະໂຍບາຍອັນຖືກຕ້ອງຂອງ ພັກ, ລັດ ເມື່ອໄດ້ຕັດສິນໃຈສົ່ງກຳລັງຂອງ ຫວຽດນາມ ເລີ່ມເຂົ້າຮ່ວມການເຄື່ອນໄຫວຮັກສາ ສັນຕິພາບຢູ່ ສປຊ ແຕ່ເດືອນ ມິຖຸນາ 2014, ປະກອບສ່ວນປະຕິບັດແນວທາງການຕ່າງປະເທດເປັນເອກະລາດເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍຢ່າງມີໄຊ, ຍົກສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ແມ່ນສະມາຊິກມີຄວາມຮັບຜິດຊອບ, ຕັ້ງໜ້າຂອງ ສປຊ ແລະ ປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດ​ນາມ ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມທີ່​ເ​ໝ​າ​ະ​ສົມເພື່ອ​ສະ​ກັດ​ກັ້ນ​ການ​ເຄື່ອນ​ໄຫວ IUU

ຫວຽດນາມ ໄດ້ ມີຄວາມມານະພະນາທີ່ເໝາະສົມເພື່ອສະກັດກັ້ນການເຄື່ອນໄຫວ IUU; ພ້ອມທັງ ມານະພະຍາຍາມເຈລະຈາ, ປຶກສາຫາລືເພື່ອຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC).

Top