ທ່ານ Mahmoud Ali Youssouf, ປະທານຄະນະກຳມະການສະຫະພາບ ອາຟະລິກາ (AUC) ໄດ້ຮຽກຮ້ອງໃຫ້ຢຸດຕິການດັບສູນເສື້ອຊາດຊາວ ປາແລັດສະຕິນ ແລະ ກ່າວປະນາມບັນດາການປະທະກັນຢູ່ ອາຟະລິກາ.
ທີ່ພິທີໄຂກອງປະຊຸມສຸດຍອດສະຫະພາບ ອາຟະລິກາ ຄັ້ງທີ 39 ທີ່ຈັດຂຶ້ນໃນວັນທີ 14 ກຸມພາ ຢູ່ Ethiopia, ທ່ານ Mahmoud Ali Youssouf ຢຶນຢັນວ່າ ກົດໝາຍສາກົນ ແລະ ກົດໝາຍວ່າດ້ວຍມະນຸດສະທຳສາກົນ ແມ່ນພື້ນຖານຂອງປະຊາຄົມສາກົນ, ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກຄຳສັ່ງອາຍັດເຄື່ອງຊ່ວຍເຫຼືອມະນຸດສະທຳສົ່ງເຂົ້າເຂດດິນແດນຂອງ ປາແລັດສະຕິນ ທີ່ພວມຖືກຢຶດໄວ້. ຕາມທ່ານແລ້ວ, ການປະທະກັນຢູ່ເຂດ ກາຊາ ເຮັດໃຫ້ກວ່າ 72.000 ຄົນເສຍຊີວິດ, ເກືອບ 172.000 ຄົນຮັບບາດເຈັບ ແລະ ພວມສືບຕໍ່ເກີດຂຶ້ນພາຍຫຼັງ 4 ເດືອນທີ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ.







