• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຄວາມຄາດຫວັງຂອງ ຫວຽດນາມ

ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.
(ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ການພົບປະ)

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ (ບຸນເຕັດ) ປີມະເມຍ 2026, ຕອນບ່າຍວັນທີ 06 ກຸມພາ, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ຈັດງານພົບປະບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າການຕ່າງປະເທດ ແລະ ບັນດາຄູ່ຮ່ວມມືສາກົນຢູ່ ຫວຽດນາມ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ດວ່ານມິນຮວນ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ ສະຖາບັນໃຫ້ຄຳໝັ້ນສັນຍາຍູ້ແຮງການຮ່ວມມືກັບສາກົນຢ່າງແທດຈິງ, ມີປະສິດທິຜົນ, ມີຈຸດສຸມ, ພັດທະນາວິຊາການທາງການຕ່າງປະເທດ, ຍົກສູງອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ພ້ອມກັນນັ້ນ, ກໍ່ກຳນົດການແລກປ່ຽນທິດສະດີ ແລະ ບຳລຸງສ້າງການນຳຂັ້ນສູງກັບບັນດາພັກກອມມູນິດ, ພັກກຳອຳນາດແມ່ນເສົາຄ້ຳຫຼັກແຫຼ່ງຂອງການພົວພັນຕ່າງປະເທດພັກ, ປະກອບສ່ວນປະຕິບັດວິໄສທັດຍຸດທະສາດຂອງຊາດໃນສັງກາດໃໝ່ໃຫ້ປະກົດຜົນເປັນຈິງ.

ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າທາງການທູດ ແລະ ຄູ່ຮ່ວມມືສາກົນປະຈຳ ຫວຽດນາມ, ທ່ານ Pauline Tamesis, ຜູ້ປະສານງານປະຈຳການສະຫະປະຊາຊາດ ປະຈຳ ຫວຽດນາມ ຕີລາຄາສູງວິໄສທັດຖືມະນຸດເປັນໃຈກາງຂອງ ຫວຽດນາມ; ບັນດາການປະຕິຮູບກ່ຽວກັບການຄຸ້ມຄອງຢ່າງແຂງແຮງ, ກໍຄືການກຳນົດທິດຢ່າງຈະແຈ້ງກ່ຽວກັບນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທ່ານໃຫ້ຮູ້ວ່າ ສະຫະປະຊາຊາດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບບັນດາຄວາມຄາດຫວັງຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈັດຫຼາຍການເຄື່ອນໄຫວວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະຢູ່ງານບຸນລະດູບານໃໝ່ປີມະເມຍ 2026

ຈຸດພົ້ນເດັ່ນໃນງານບຸນລະດູບານໃໝ່ປີມະເມຍ 2026 ແມ່ນງານວາງສະແດງ “ລະດູບານໃໝ່ຕໍ່ພັກ”.

Top