• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ປະກາດຖະແຫຼງການໄພອຶດຫິວຢູ່ເຂດ ກາຊາ

ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ, ມີສະບຽງອາຫານຫານເປັນຈຳນວນຫຼາຍ ພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາແລັດສະຕິນ ໄດ້.
ເກືອບ ¼ ຈຳນວນປະຊາກອນເຂດ ກາຊາ ພວມຖືກໄພອຶດຫິວ (ພາບປະກອບ: THX/TTXVN)

ວັນທີ 22 ສິງຫາ, ໜ່ວຍງານຂໍ້ລິເລີ່ມຈຳແນກໄລຍະຄວາມໝັ້ນຄົງທາງດ້ານອາຫານແບບບູລະນະການ (IPC), ສຳພັນທະມິດບັນດານັກສັງເກດການ ສະຫະປະຊາຊາດ ມອບໜ້າທີ່ແຈ້ງເຕືອນກ່ຽວກັບວິກິດການທີ່ອາດຈະເກີດຂຶ້ນ ໄດ້ປະກາດບົດລາຍງານໂດຍໃຫ້ຮູ້ວ່າ, ໂດຍອີງໃສ່ຂໍ້ມູນທີ່ເກັບກຳມາໄດ້ແຕ່ວັນທີ 01 ກໍລະກົດ ຮອດວັນທີ 15 ສິງຫາ, ມີປະຊາຊົນປະມານ 514.000 ຄົນ, ໝາຍຄວາມວ່າແມ່ນເກືອບ ¼ ຈຳນວນປະຊາກອນເຂດ ກາຊາ, ພວມຖືກໄພອຶດຫິວ ແລະ ຕົວເລກດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນເປັນ 641.000 ຄົນ ໃນທ້າຍເດືອນ ກັນຍາ ຈະມາເຖິງ.

ທ່ານ Tom Fletcher, ຮອງເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ຮັບຜິດຊອບບັນດາບັນຫາມະນຸດສະທຳ ໃຫ້ຮູ້ວ່າ, ໄພອຶດຫິວສາມາດສະກັດກັ້ນໄດ້, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ, ມີສະບຽງອາຫານເປັນຈຳນວນຫຼາຍ ພວມຢຸດຢູ່ເຂດຊາຍແດນ, ບໍ່ສາມາດສົ່ງເຂົ້າໄປເຂດດິນແດນ ປາແລັດສະຕິນ ໄດ້, ຍ້ອນມີການກີດຂວາງທີ່ເປັນລະບົບຂອງ ອິດສະຣາແອັນ.

ນອກນັ້ນ, ລະບົບສາທາລະນະສຸກ ກໍ່ເຊື່ອມໂຊມລົງຢ່າງຮ້າຍແຮງ, ໃນຂະນະທີ່ຄວາມສາມາດເຂົ້າເຖິງນ້ຳປະປາ ແລະ ເງື່ອນໄຂສຸຂະອະນາໄມຢ່າງຄົບຖ້ວນ ກໍ່ຖືກຫຼຸດລົງຫຼາຍພໍສົມຄວນ.

(ແຫຼ່ງຄັດຈາກ VOV)

ການຖ່າຍທອດສົດ ໂອກາດທອງ ວາດພາບຄືນບັນຍາກາດຂອງປະຫວັດສາດລະດູໃບໃມ້ຫຼົ່ນປະຕິວັດ

ການຖ່າຍທອດສົດ “ໂອກາດທອງ” ວາດພາບຄືນບັນຍາກາດຂອງປະຫວັດສາດລະດູໃບໃມ້ຫຼົ່ນປະຕິວັດ

ລາຍການຖ່າຍທອດສົດ “ໂອກາດທອງ” ໄດ້ເຊື່ອມຕໍ່ 3 ຈຸດທີ່ມີຄວາມໝາຍປະຫວັດສາດ.

Top