• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກສະພາແຫ່ງຊາດຕັ້ງຄວາມຫວັງຕໍ່ກົງຈັກບຸກຄະລາກອນຂອງອາຍຸການໃໝ່

      ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026,
ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ (ພາບ: TTXVN)
      ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະບູລະນະບັນດາຕຳແໜ່ງການນຳຕາມຂໍ້ກຳນົດຂອງກົດໝາຍ. ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ເຊື່ອໝັ້ນວ່າກົງຈັກການນຳຊຸດໃໝ່ ຈະປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້. ທ່ານນາງ ໂຮ່ທິມິນ ຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງຈິ ໄດ້ເນັ້ນໜັກວ່າ ໃນກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026, ສ້າງປະຖົມປັດໄຈແກ່ທົດສະວັດຕໍ່ໄປ, ເປັນຕົ້ນແມ່ນເປົ້າໝາຍ ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ.
        ໃນຂະນະນັ້ນ, ທ່ານ ໂດ໊ດຶກຢຸຍ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໊າຍ ຖືວ່າ ວຽກງານກະກຽມບຸກຄະລາກອນໃຫ້ແກ່ກົງຈັກການນຳລັດ ອາຍຸການ 2021 – 2026 ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນນັບແຕ່ເມື່ອຂຶ້ນແຜນບຸກຄະລາກອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.
        ພວກຂ້າພະເຈົ້າຕັ້ງຄວາມຫວັງວ່າ ດ້ວຍຄວາມສະຫຼາດສ່ອງໃສຂອງບັນດາສະມາຊິກສະພາແຫ່ງຊາດ ຈະມີການປຶກສາຫາລືຄວາມເຫັນດີເຫັນພ້ອມ ແລະ ຄວາມເປັນເອກະພາບສູງເພື່ອເລືອກເອົາກົງຈັກການນຳຂອງລັດ ໃນອາຍຸການ 2021 – 2026. ພວກຂ້າພະເຈົ້າ ກໍມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ກົງຈັກການນຳຂອງລັດ ໃນອາຍຸການ 2021 – 2026 ຈະປະຕິບັດໜ້າທີ່ເຊິ່ງ ພັກລັດ ແລະ ປະຊາຊົນທີ່ໄດ້ໄວ້ວາງໃຈ ແລະ ມອບໝາຍໃຫ້ເປັນຢ່າງດີ.”
(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top