• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຊິກພັກ ເຫັນດີເຫັນພ້ອມ ພາຍຫຼັງຮ່ຳຮຽນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ

      ບັນດາບົດລາຍງານຢູ່ ກອງປະຊຸມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ຜ່ານນັ້ນ, ພະນັກງານ, ສະມາຊິກ ພັກກໍ່ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່ໃນບັນດາເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
ກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13
ຂອງພັກກອມມູນິດ ຫວຽດນາມ
      ໃນລະຫວ່າງວັນທີ 27 – 28 ມີນາ ເຂົ້າຮ່ວມກອງປະຊຸມທາງອອນລາຍທົ່ວປະເທດ ເພື່ອຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ມີສະມາຊິກພັກຢູ່ນະຄອນ ໂຮ່ຈີມິນຫຼາຍຄົນ ຮູ້ສຶກປິຕິຊົມຊື່ນ ຍ້ອນໄດ້ສຳຜັດໂດຍໄວ, ຮັບຟັງໂດຍກົງບັນດາການນຳຂັ້ນສູງແນະນຳການເຊື່ອມຊຶມມະຕິ. ທ່ານ ຫງວຽນເຢິນກ່ວຽນ, ສະມາຊິກສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
        ນັກຮົບເກົ່າເຫັນດີເຫັນພ້ອມ ທີ່ສຸດ ກັບສິ່ງໜຶ່ງນັ້ນແມ່ນ ການປະຕິບັດມະຕິ ແມ່ນຕ້ອງມີຜູ້ປະຕິບັດ, ພິເສດແມ່ນຕ້ອງມີ ລຸ້ນຄົນຕໍ່ໄປ ດັ່ງນັ້ນ ບັນດາ ນັກຮົບເກົ່າຕ້ອງເຮັດແນວໃດເພື່ອປັບປຸງການໂຄສະນາສຶກສາມູນເຊື້ອປະຕິວັດໃຫ້ແກ່ລຸ້ນໜຸ່ມ, ເຮັດແນວໃດໃຫ້ມີຄວາມດຶງດູດໃຈ, ເພື່ອໃຫ້ລຸ້ນໜຸ່ມຮັບຮູ້ຢ່າງງ່າຍດາຍ, ໃຫ້ເຂົາເຈົ້າຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈ. ສິ່ງນັ້ນຮຽກຮ້ອງໃຫ້ນັກຮົບເກົ່າຕ້ອງມີຄວາມມານະພະຍາຍາມຫຼາຍທີ່ສຸດ.
        ບັນດາບົດລາຍງານຢູ່ ກອງປະຊຸມ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ຜ່ານນັ້ນ, ພະນັກງານ, ສະມາຊິກ ພັກກໍ່ກຳແໜ້ນເນື້ອໃນຫຼັກ, ຈຸດໃໝ່ໃນບັນດາເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top