• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ປ່ຽນແປງໃໝ່ການເຄື່ອນໄຫວ

ວັນທີ 06 ພຶດສະພາ, ຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ໂຕກຽວ, ປະເທດ ຍີ່ປຸ່ນ, ໄດ້ດຳເນີນກອງປະຊຸມໃຫຍ່ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ຊຸດທີ 2 (2018 - 2020).

ກອງປະຊຸມໃຫຍ່ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ຊຸດທີ 2 (2018 - 2020)
ສະຫະສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 02/09/2013. ສະຫະສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ໃນບາດທຳອິດ ໄດ້ປະກອບສ່ວນເຂົ້າໃນການຮ່ວມສຳພັນລະຫວ່າງວິສາຫະກິດ 2 ປະເທດ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຫງວຽນກວກເກື່ອງ ແລ້ວ, ເຖິງວ່າ ທາງສະມາຄົມບັນລຸໄດ້ບັນດາໝາກຜົນໃດໜຶ່ງກໍ່ຕາມ, ແຕ່ການຮ່ວມສຳພັນລະຫວ່າງບັນດາວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ຍັງບໍ່ທັນແໜ້ນແຟ້ນຢ່າງແທ້ຈິງ, ຍັງບໍ່ທັນເສີມຂະຫຍາຍຈົນສຸດຄວາມສາມາດຂອງສະມາຄົມໄດ້ເທື່ອ. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ປາດຖະໜາວ່າ ໃນອາຍຸການໃໝ່, ຄະນະບໍລິຫານຊຸດໃໝ່ຂອງສະມາຄົມ ຈະມີບັນດາການກະທຳລະອຽດ ແລະ ແທດຈິງກ່ວາ, ພິເສດ ແມ່ນສາມັກຄີ ເພື່ອສ້າງກຳລັງແຮງໃຫ້ປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບັນດາວິສາຫະກິດ ຫວຽດນາມ ທີ່ມີການຮ່ວມມືກັບ ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top