• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະມັດຊາໃຫຍ່ UNESCO ໄຂກອງປະຊຸມຄັ້ງທີ 41 ຢູ່ ປາຣີ

      ກອງປະຊຸມຄັ້ງທີ 41 ຂອງ ສະມັດຊາໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ໄຂຂຶ້ນ ໃນວັນທີ 9 ພະຈິກ ຢູ່ສຳນັກງານຂອງ ອົງການນີ້ ທີ່ນະຄອນຫຼວງ ປາຣີ (ປະເທດ ຝລັ່ງ).
ສຳນັກງານຂອງ ອົງການ UNESCO ທີ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ (ພາບ: TTXVN)
      ກອງປະຊຸມຄັ້ງນີ້ ໄດ້ສ້າງຂີດໝາຍ 75 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງ UNESCO. ໃນຂອບເຂດຂອງກອງປະຊຸມ ທີ່ດຳເນີນແຕ່ ວັນທີ 11 ຮອດວັນທີ 24 ພະຈິກ, ກອງປະຊຸມຈະພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວຂອງ ບັນດາຄະນະກຳມະການ, ຂໍ້ສະເໜີຂອງ ຄະນະບໍລິຫານງານ ທີ່ກ່ຽວຂ້ອງເຖິງການຮັບເອົາຜູ້ສັງເກດການ ຈາກອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ, ບົດລາຍງານຂອງ ຜູ້ອຳນວຍການໃຫຍ່ ກ່ຽວກັບ ການເຄື່ອນໄຫວ ໃນອາຍຸການ 2018 – 2020, ຮັບຮອງເອົາໂຄງການກະທຳ 2020 – 2023 ແລະ ພິເສດ ແມ່ນຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ UNESCO.
      ໃນມືທຳອິດດຳເນີນກອງປະຊຸມ, ກອງປະຊຸມໄດ້ເລືອກຕັ້ງປະທານ ແລະ ຮອງປະທານຄະນະກຳມະການຕ່າງໆ, ພ້ອມທັງປ່ອນບັດ ເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່. ທ່ານນາງ Audrey Azoulay ໄດ້ຮັບການເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ຂອງ UNESCO ອາຍຸການທີ 2 ດ້ວຍບັດສະໜັບສະໜູນ 155 ບັດ ໃນຈຳນວນ 169 ບັດ.
(ແຫຼ່ງຄັດຈາກ VOV)
 

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top