• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາປະມວນກົດໝາຍອາຍາ (ສະບັບປັບປຸງ)

      ກົດໝາຍອາຍາ (ສະບັບປັບປຸງ) ໄດ້ຮັບການຮັບຮອງເອົາໃນຕອນບ່າຍວັນທີ 20 ມິຖຸນາ, ດ້ວຍບັດເຫັນດີສ່ວນຫຼາຍ.

(ພາບປະກອບ)
      ໃນການປັບປຸງຄັ້ງນີ້, ເລີ່ມຈາກນະໂຍບາຍມະນຸດສະທຳ ແລະ ຄວາມຮຽກຮ້ອງໃນການປ້ອງກັນ, ຕ້ານອາດຊະຍາກຳຂອງຜູ້ອາຍຸບໍ່ເຖິງກະສຽນ, ກໍ່ຄືຕາມຄຳສະເໜີຂອງຫຼາຍອົງການ, ກົດໝາຍປັບປຸງ, ເພີ່ມເຕີມຕາມທິດ ພຽງພິຈາລະນາຄວາມຮັບຜິດຊອບອາຍາຂອງຜູ້ໃນເກັນອາຍຸ 14 ປີເຖິງ 16 ປີມີການກະທຳຄະລຸໂທດ ແລະ ໂທສານຸໂທດ; ປັບປຸງເພີ່ມເຕີມບາງຂໍ້ມາດຕາກ່ຽວກັບການກະທຳຜິດໃນການດຳເນີນທຸລະກິດຕາມວິທີຫຼາຍຂັ້ນ; ກຳນົດລະອຽດກ່ຽວກັບການກໍ່ມົດລະພິດຕໍ່ສິ່ງແວດລ້ອມ.
        ແລະກໍ່ໃນຕອນບ່າຍວັນທີ 20 ມິຖຸນາ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາກົດໝາຍວ່າດ້ວຍພິທັກຮັກສາ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງ,ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ.
        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 20 ມິຖຸນາ. ສະພາແຫ່ງຊາດໄດ້ປຶກສາຢູ່ຫໍປະຊຸມກ່ຽວກັບກົດໝາຍວ່າດ້ວຍສິນໃນນ້ຳ.
        ຕອນເຊົ້າວັນທີ 21 ມິຖຸນາ, ສະພາແຫ່ງຊາດວາລະປະຊຸມອັດກອງປະຊຸມສະໄໝສາມັນເທື່ອທີ 3.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ການ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງກອງ​ທັບ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ

ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນຕີ ຫງວຽນວັນຫ່ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

Top