• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາເອີລົບ ມີບົດບາດສຳຄັນຍົກການພົວພັນລະຫວ່າງຫວຽດນາມ-ອີຢູໃຫ້ຂຶ້ນສູ່ລະດັບສູງໃຫມ່

      ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ເນື່ອງໃນໂອກາດທ່ານນາງສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລັດຖະສະພາ ເອີລົບ (EP), 

ທ່ານ ຫວູກແອງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ
ພາບ:vietnam+
      ທ່ານ ຫວູກແອງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ, ຫົວຫນ້າຄະນະຜູ້ຕາງຫນ້າຫວຽດນາມ ປະຈຳ ອີຢູ ໄດ້ຢືນຢັນວ່າ: ສະພາແຫ່ງຊາດຫວຽດນາມ ແລະ EP ມີບົດບາດສຳຄັນໃນການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ. ໃນໄລຍະຈະມາເຖິງ ສະພາແຫ່ງຊາດຫວຽດນາມ ແລະ  EP ຈະດຳເນີນບັນດາລະບຽບການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ.
ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ຢືນຢັນ: ຫວຽດນາມໄດ້ກຳນົດການພົວພັນກັບ ອີຢູ ຍາມໃດກໍ່ແມ່ນຫນຶ່ງໃນບັນດາການກຳນົດທິດບຸລິມະສິດໃນຍຸດທະສາດການຕ່າງປະເທດຂອງຕົນ. ອີຢູ ຖືເປັນສຳຄັນການພົວພັນກັບຫວຽດນາມ ໃນນະໂຍບາຍເພີ່ມທະວີການພົວພັນກັບພາກພື້ນ ອາຊີ ປາຊີຟິກ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນກໍຄື ການເມືອງ ແລະ ຄວາມໝັ້ນຄົງ. ໄລຍະຈະມາເຖິງ ສະພາແຫ່ງຊາດສອງຝ່າຍມີຫລາຍວຽກຕ້ອງເຮັດເພື່ອຍົກການພົວພັນລະຫວ່າງຫວຽດນາມ ແລະ ອີຢູ່ ໃຫ້ຂຶ້ນສູ່ລະດັບສູງໃຫມ່.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top