• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງຊາດ (ສະບັບປັບປຸງ)

ໂດຍສືບຕໍ່ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, 

 ບັນດາສະມາຊິກສະພາແຫ່ງຊາດປ່ອນບັດໄວ້ວາງໃຈ

ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດໄດ້ດຳເນີນການປ່ອນບັດໄວ້ວາງໃຈສຳລັບ 48 ຕຳແໜ່ງ ເຊິ່ງສະພາແຫ່ງຊາດໄດ້ເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ, ພ້ອມທັງປຶກສາຫາລືກ່ຽວກັບເນື້ອໃນບາງຢ່າງທີ່ຍັງມີຄຳຄິດເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫລວງ (ສະບັບປັບປຸງ)

       ສະເໜີບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫລວງ (ສະບັບປັບປຸງ), ທ່ານນາງຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ເລທິງາ ຊີ້ແຈ້ງວ່າ: ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫລວງ (ສະບັບປັບປຸງ) ລວມມີ 11 ພາກ ດ້ວຍ 96 ມາດຕາ, ກຳນົດກ່ຽວກັບການປ້ອງກັນຕ້ານ, ພົບເຫັນ, ແກ້ໄຂການສໍ້ລາດບັງຫລວງ;  ແກ້ໄຂການລະເມີດກົດໝາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ພ້ອມກັບການກະທຳສໍ້ລາດບັງຫລວງ. ທ່ານນາງ ເລທິງາ ຖືວ່າ:

       ຄະນະປະຈຳສະພາແຫ່ງຊາດ ເຫັນວ່າ ການເປີດກ້ວາງຂອບເຂດນຳໃຊ້ບາງມາດຕະການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ອອກສູ່ເຂດນອກພາກລັດໃນໄລຍະປັດຈຸບັນແມ່ນຈຳເປັນ, ຍ້ອນໃນສະພາບຕົວຈິງ, ສະພາບການສໍ້ລາດບັງຫລວງເຂດນອກພາກລັດ ໄດ້ ແລະ ພວມສົ່ງຜົນສະທ້ອນທາງລົບເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ, ການເຄື່ອນໄຫວເປັນປົກກະຕິຂອງບັນດາອົງການພາກລັດ ແລະ ປະສິດທິຜົນຂອງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ເລື່ອງເປີດກ້ວາງຂອບເຂດການດັດປັບອອກສູ່ເຂດນອກພາກລັດແມ່ນເໝາະສົມກັບທັດສະນະຊີ້ນຳຂອງກົມການເມືອງ; ເໝາະສົມກັບປະມວນກົດໝາຍອາຍາ; ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບການຕ້ານການສໍ້ລາດບັງຫລວງ ຊຶ່ງ ຫວຽດນາມ ເປັນສະມາຊິກ.

       ເມື່ອປຶກສາຫາລືຢູ່ຫໍປະຊຸມ, ສະມາຊິກສະພາແຫ່ງຊາດສ່ວນຫລາຍໄດ້ເຫັນດີເຫັນພ້ອມຕໍ່ບັນດາການປັບປຸງ, ເພີ່ມເຕີມໃນຮ່າງກົດໝາຍ. ທີ່ວາລະເຮັດວຽກໃນຕອນບ່າຍວັນທີ 25 ຕຸລາ, ສະພາແຫ່ງຊາດຮັບຮອງເອົາມະຕິຢັ້ງຢືນໝາກຜົນແຫ່ງການປ່ອນບັດໄວ້ວາງໃຈສຳລັບບັນດາຜູ້ທີ່ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ ແລະ ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບເນື້ອໃນບາງຢ່າງທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງຊາດ.

ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງຊາດ. ຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງຊາດ ລວມມີ 5 ພາກ, 38 ມາດຕາ ກໍານົດກ່ຽວກັບຄວາມລັບຂອງຊາດ, ຮັກສາຄວາມລັບຂອງຊາດ; ຄວາມຮັບຜິດຊອບ, ພັນທະຂອງບັນດາອົງການສໍານັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ສໍາລັບການຮັກສາຄວາມລັບຂອງຊາດ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ນໍາໃຊ້ສໍາລັບບັນດາອົງການສໍານັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ຫວຽດນາມ, ອົງການຈັດຕັ້ງ, ສ່ວນບຸກຄົນ ຕ່າງປະເທດ ທີ່ມີສ່ວນກ່ຽວຂ້ອງເຖິງການຮັກສາຄວາມລັບຂອງຊາດ ເວັ້ນເສຍແຕ່ກໍລະນີແມ່ນສົນທິສັນຍາສາກົນ ເຊິ່ງ ປະເທດ ສ.ຫວຽດນາມເປັນສະມາຊິກ ມີຂໍ້ກໍານົດອື່ນ. ເມື່ອສະເໜີບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍການຮັກສາຄວາມລັບຂອງຊາດ, ທ່ານ ຫວໍຈ້ອງຫວຽດ ຫົວໜ້າກໍາມາທິການ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງ ສະພາແຫ່ງຊາດ ໃຫ້ຮູ້ວ່າ: ບົນພື້ນຖານຮັບເອົາຄໍາເຫັນຂອງບັນດາສະມາຊິກສະພາແຫ່ງຊາດ, ຮ່າງກົດໝາຍໄດ້ຮັບການດັບປັບ ດ້ວຍບັນດາເນື້ອໃນສໍາຄັນຄື:  ກ່ຽວກັບຂອບເຂດຄວາມລັບຂອງຊາດ; ກ່ຽວກັບບັນຊີລາຍຊື່ຄວາມລັບຂອງຊາດ; ກ່ຽວກັບກໍານົດເວລາຮັກສາຄວາມລັບຂອງຊາດ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top