• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທະ​ຫານ​ເພດ​ຍິງ ຫວຽດ​ນາມ ແຜ່​ກະ​ຈາຍ​ວັດ​ທະ​ນະ​ທຳ ຫວຽດ ຢູ່ ອາ​ຟະ​ລິ​ກາ

ພາບພົດບັນດາທະຫານຍິງ ຫວຽດນາມ ໄດ້ປະກົດຕົວໃນຊຸດເສື້ອຍາວທີ່ເປັນມູນເຊື້ອ ໄດ້ດຶງດູດ ແລະ ສ້າງຄວາມປະທັບໃຈຢ່າງແຮງ, ແຜ່ກະຈາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ເຖິງບັນດາເພື່ອນມິດສາກົນ.
ບັນດາທະຫານຍິງ ຫວຽດນາມ ແລກປ່ຽນກັບປະຊາຊົນອາຟະລິກາ (ພາບ:ໂຮງໝໍກາງສະໜາມຂັ້ນ 2 ເລກ 6)

ໃນຊຸມວັນທ້າຍເດືອນມິຖຸນາ 2025, ໃນຄະນະປົກປັກຮັກສາສັນຕິພາບ ສປຊ ຢູ່ພາກໃຕ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຂອງ ຫວຽດນາມ ໄດ້ເຂົ້າຮ່ວມລະບົບເຫດການແລກປ່ຽນວັດທະນະທຳ. ພາບພົດບັນດາທະຫານຍິງ ຫວຽດນາມ ໄດ້ປະກົດຕົວໃນຊຸດເສື້ອຍາວທີ່ເປັນມູນເຊື້ອ ໄດ້ດຶງດູດ ແລະ ສ້າງຄວາມປະທັບໃຈຢ່າງແຮງ, ແຜ່ກະຈາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ ເຖິງບັນດາເພື່ອນມິດສາກົນ. 

ບັນດາສຽງຂັບສຽງລຳ, ບົດເພງພື້ນເມືອງ, ວາດຟ້ອນທີ່ເຂັ້ມຂຸ້ນໄປດ້ວຍສີສັນພື້ນເມືອງ ຫວຽດນາມ ໄດ້ດັງຂຶ້ນຢູ່ ອາຟະລິກາ, ໄດ້ທົບທວນຄືນພື້ນຖານວັດທະນະທຳປະຫວັດສາດນັບພັນປີ, ເຮັດໃຫ້ຜູ້ຟັງຕື້ນຕັນໃຈ ແລະ ປະທັບໃຈ. ທ່ານຮ້ອຍເອກ Suvdaa, ກຳລັງປົກປັກຮັກສາສັນຕິພາບ ສປຊ ມາຈາກ ມົງໂກນ ແບ່ງປັນວ່າ:

“ການເຂົ້າຮ່ວມຂອງບັນດາເພື່ອນ ຫວຽດນາມ ໃນລາຍການແລກປ່ຽນວັດທະນະທຳຄັ້ງນີ້ແມ່ນສຸດຍອດຫຼາຍ. ບັນດາລາຍການສິລະປະທີ່ເປັນເອກະລັກ ແລະ ພວກຂ້າພະເຈົ້າຮູ້ສຶກໄດ້ເຖິງຮັກແພງແຂກຄົນຂອງຄົນ ຫວຽດນາມ. ຂອບໃຈບັນດາເພື່ອນ ຫວຽດນາມ”.

ວັດທະນະທຳ ຫວຽດນາມ ຍັງໄດ້ວາດພາບຢ່າງມີຊີວິດຊີວາຜ່ານບັນດາເຍື່ອງອາຫານທີ່ເປັນເອກະລັກ, ໂດຍບັນດາທະຫານຫວຽດນາມກະກຽມ. 

ບໍ່ພຽງແຕ່ປະຕິບັດໜ້າທີ່ທາງວິຊາການສະເພາະດ້ານສາທາລະນະສຸກໄດ້ເປັນຢ່າງດີເທົ່ານັ້ນ, ທະຫານເສນາຮັກແຕ່ລະສະຫາຍເຫຼົ່ານັ້ນ ຍັງເປັນ “ທູດວັດທະນະທຳ”, ປະກອບສ່ວນຂຽນຕໍ່ເລື່ອງລາວສັນຕິພາບ ແລະ ໄມຕີຈິດມິດຕະພາບວັດທະນະທຳມະນຸດ, ຄືດັ່ງນ້ຳໃຈ ແລະ ຄວາມຮັບຜິດຊອບເຊິ່ງ ຫວຽດນາມ ນຳມາໃຫ້ ດ້ວຍບົດບາດເປັນສະມາຊິກທີ່ຕັ້ງໜ້າໃນກຳລັງຮັກສາສັນຕິພາບ ສປຊ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top