• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.
ທ່ານເອກອັກຄະລັດຖະທູດ ມານຟານຢຸງ ແນະນຳບັນດາຜົນງານໃຫ້ແກ່ເພື່ອນມິດສາກົນ (ພາບ: TTXVN)

ເຫດການໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ແທນຕາງໜ້າ ຄະນະກຳມະການສົນທິສັນຍາຂອງ ສປຊ ແລະ ບັນດາປະເທດສະມາຊິກເຂົ້າຮ່ວມກອງປະຊຸມຄັ້ງທີ 59 ສະພາສິດທິມະນຸດ ສປຊ. ງານວາງສະແດງໄດ້ພາຜູ້ຊົມຄົ້ນຫາລົງເລິກວັດທະນະທຳ ແລະ ທຳມະຊາດຂອງ ຫວຽດນາມ, ຜ່ານນັ້ນ ໄດ້ຊີ້ໃຫ້ເຫັນການປະສານສົມທົບຢ່າງກົມກ່ຽວລະຫວ່າງລັກສະນະທີ່ເປັນມູນເຊື້ອ ກັບ ທັນສະໄໝ, ພ້ອມກັບຄວາມຫຼາກຫຼາຍຂອງວັດທະນະທຳ 54 ຊົນເຜົ່າ ຜ່ານຊຸດອາພອນ, ວິຖີການດຳລົງຊີວິດປະຈຳວັນ ແລະ ບັນດາງານບຸນທີ່ເປັນເອກະລັກ. ງານວາງສະແດງໄດ້ຮັບຄວາມຍ້ອງຍໍຈາກບັນດານັກທຸຕານຸທູດ ແລະ ແຂກເຂົ້າຊົມຈຳນວນຫຼາຍ. ທ່ານ Alain Jourdan, ກຳມະການສະຫະສະມາຄົມນັກຂ່າວ, ສປຊ ຖືວ່າ:

“ບັນດາເຫດການແບບນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນການລົງທຶນຂອງ ຫວຽດນາມ ໃນລະບົບຫຼາຍຝ່າຍ. ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເປັນປະເທດປົກປ້ອງລະບົບຫຼາຍຝ່າຍ, ພິສູດໃຫ້ເຫັນຄວາມສຳຄັນຂອງບັນດາກົນໄກຫຼາຍຝ່າຍຄື ເຊີແນວ. ນີ້ແມ່ນສະຖານທີ່ທາງການທູດທີ່ສຳຄັນເພື່ອເຈລະຈາ, ແລກປ່ຽນ, ເຂົ້າໃຈກ່ຽວກັບບັນດາພື້ນຖານວັດທະນະທຳ, ບັນດາຄວາມແຕກຕ່າງກັນ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ສັນຕິພາບ”.

(ແຫຼ່ງຄັດຈາກ VOV)

ອອກ​ເລກ​ລະ​ຫັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ນິກ​ອັນ​ດັບ 2 ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ອາ​ໄສ​ຢູ່ ຫວຽດ​ນາມ ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ

ອອກ​ເລກ​ລະ​ຫັດ​ປະ​ຈຳ​ຕົວ​ເອ​ເລັກ​ໂຕ​ນິກ​ອັນ​ດັບ 2 ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ອາ​ໄສ​ຢູ່ ຫວຽດ​ນາມ ເລີ່ມ​ແຕ່​ວັນ​ທີ 1 ກໍ​ລະ​ກົດ

ນັບແຕ່ວັນທີ 01 ກໍລະກົດ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຜັນຂະຫຍາຍການອອກເລກລະຫັດປະຈຳຕົວເອເລັກໂຕນິກອັນດັບ 2 ໃຫ້ແກ່ຊາວຕ່າງປະເທດທີ່ພວມອາໄສຢູ່ ຫວຽດນາມ.

Top