• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍຫຼາຍສະບັບ

ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026.
ທີ່ກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 10 ທັນວາ, ດ້ວຍການເຫັນດີເຫັນພ້ອມສ່ວນຫຼາຍຂອງສະມາຊິກສະພາແຫ່ງຊາດ ຫວຽດນາມ ທີ່ເຂົ້າຮ່ວມ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາກົດໝາຍ 19 ສະບັບ, ມະຕິ 3 ສະບັບ, ໃນນັ້ນ ມີກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ), ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັບປຸງ), ໝວດມະຕິ, ກົດໝາຍໃນຂົງເຂດການສຶກສາ; ກົດໝາຍວ່າດ້ວຍການປະຢັດ, ຕ້ານການຟູມເຟືອຍ…

ກົດໝາຍວ່າດ້ວຍອາກອນລາຍຮັບສ່ວນຕົວ (ສະບັບປັບປຸງ) ກຳນົດອັດຕາພາສີທີ່ມີໄຫວພິບ ຮັບປະກັນສິດຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ ເຊິ່ງຈະມີຜົນສັກສິດແຕ່ວັນທີ 01 ກໍລະກົດ 2026. ແລະກໍ່ຈະມີຜົນສັກສິດໃນວັນທີ 01 ກໍລະກົດ 2026, ກົດໝາຍວ່າດ້ວຍສື່ມວນຊົນ (ສະບັບປັງປຸງ) ໄດ້ກຳນົດຫຼາຍຈຸດໃໝ່. ທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳສັງຄົມຂອງສະພາແຫ່ງຊາດ, ໄດ້ແຈ້ງຂໍ້ມູນວ່າ:

“ກຳນົດແຈ້ງບັນດາຮູບແບບສື່ມວຊົນໃນສະພາບການໃໝ່. ເພີ່ເຕີມບັນດານະໂຍບາຍພັດທະນາສື່ມວນຊົນ ແລະ ແຫຼ່ງກຳລັງປະຕິບັດຈາກກົນໄກການເງິນ ຕະຫຼອດຮອການລົງທຶນພື້ນຖານໂຄງລ່າງ ແລະ ໃຫ້ບຸລິມະສິດພາສີ ຕາມທິດທີ່ມີຄວາມເປັນໄປໄດ້ສູງກວ່າສ້າງຂໍ້ກຳນົດກ່ຽວກັບການເຄື່ອນໄຫວສື່ມວນຊົນທາງອິນເຕີເນັດການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI)… ໃຫ້ສົມບູແບບ”.

ສະພາແຫ່ງຊາດກໍ່ຮັບຮອງເອົາມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ, ລື່ນກາຍຢ່າງເຫັນໄດ້ຊັດເພື່ອປະຕິບັດບາດກ້າວກະໂດດຂັ້ນໃນການພັດທະນາການສຶກສາ ແລະ ບຳລຸງສ້າງ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top