• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ທັງໝົດ 355 ຄົນ, ໃນນັ້ນມີ 330 ຄົນໄດ້ຮັບການປີ່ນປົວຫາຍດີແລ້ວ.

ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ ແລ້ວ, ໄລ່ຮອດເວລາ 6 ໂມງຂອງວັນທີ 28 ມິຖຸນາ, ແມ່ນໄດ້ 73 ວັນແລ້ວ ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໃນຊຸມຊົນ. ມາຮອດປະຈບັນ, ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ທັງໝົດ 355 ຄົນ, ໃນນັ້ນມີ 330 ຄົນໄດ້ຮັບການປີ່ນປົວຫາຍດີແລ້ວ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 28 ມິຖຸນາ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-1910.075.111 ຄົນ, ໃນນັ້ນມີ 500.626 ຄົນເສຍຊີວິດ.

ໃນເວລາ 24 ຊົ່ວໂມງຜ່ານມາ, ອາເມລິກາ ສືບຕໍ່ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ດ້ວຍຜູ້ຕິດໂລກລະບາດແມ່ນ 2.596.533 ຄົນ ແລະ ຜູ້ເສຍຊີວິດແມ່ນ 128.152 ຄົນ.

ຢູ່ເອີລົບ ແລະ ອາຊີ, ລັດເຊຍ ແລະ ອິນເດຍ ສືບຕໍ່ມີກໍລະນີຕິດໂລກລະບາດໃໝ່ຢູ່ໃນລະດັບສູງ. ນີ້ກໍ່ແມ່ນ 2 ປະເທດນອນໃນກຸ່ມ 5 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19.

ສ່ວນຢູ່ກຳປູເຈຍ, ກະຊວງສາທາລະນະສຸກກຳປູເຈຍ ໄດ້ແຈ້ງໃຫ້ຊາບວ່າ, ປະເທດນີ້ໄດ້ກວດພົນ 9 ຄົນຕິດໂລກລະບາດໂຄວິດ-19 ຕື່ມອີກ, ຍົກຈຳນວນຜູ້ຕິດໂລກລະບາດຢູ່ປະເທດນີ້ຂຶ້ນເປັນ 139 ຄົນ.

 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top