• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບການໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ໃນໂລກ

      ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າວັນທີ 15 ກັນຍາ (ຕາມເວລາ UTC) ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ.

ອິນເດຍແມ່ນປະເທດມີຜູ້ເສຍຊີວິດ ແລະ ຕິດເຊື້ອພະຍາດໃໝ່ຕື່ມອີກຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ (ພາບ: Reuters) 
      ອາເມລິກາສືບຕໍ່ແມ່ນປະເທດຖືກ ຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ ເກືອບ 6,75 ລ້ານຄົນ ແລະ ຜູ້ເສຍຊີວິດເກືອບ 199.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 4,9 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ ກ່ວາ 80.000 ຄົນ.
        ແລະໃນເຫດການທີ່ກ່ຽວຂ້ອງ, ຕາມກະຊວງສາທາລະນະສຸກ ຫວຽດນາມແລ້ວ, ໄລ່ຮອດເວລາ 6ໂມງເຊົ້າຂອງວັນທີ 15 ກັນຍາ, ຫວຽດນາມ ສືບຕໍ່ຢັ້ງຢືນບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່. ດັ່ງນັ້ນ 13 ມື້ຢ່າງລຽນຕິດແລ້ວ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ ແລະ ຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 926 ຄົນໃນຈຳນວນຜູ້ຕິດເຊື້ອສະສົມ 1063 ຄົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່: “ເວ​ລາ​ຍິ່ງ​ຜ່ານ​ໄປ ຍິ່ງ​ເຫັນ​ໄດ້​ຄວາມ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ 1945 ແລະ ການ​ສະ​ຖະ​ກະ​ນາປະ​ເທດ ສາ​ທາ​ລະ​ນະ​ລັດສັງ​ຄົມ​ນິ​ຍົມ ຫວຽດ​ນາມ”

ທີ່ການໂອ້ລົມຢ່າງສະໜິດສະໜົມກັບບັນດາຜູ້ແທນ, ທ່ານເລຂາທິການໃຫຍ່ໂຕເລິມ ຢັ້ງຢືນການເສຍສະຫຼະ ຂອງຜູ້ມີຄຸນງາມຄວາມດີ ແລະ ບັນດາຜູ້ແທນທີ່ມີໜ້າຢູ່ທີ່ນີ້ ແມ່ນມີຄວາມໝາຍອັນຍິ່ງໃຫຍ່ທີ່ສຸດສຳລັບປະຊາຊົນ, ປະເທດຊາດ.

Top