• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາຕ່ຳ ແລະ ສະພາສູງ ອາເມລິກາ ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ

      ທ່ານ Joe Biden ແລະ ທ່ານນາງ Kamala Harris ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຜູ້ທີ 46 ແລະ ຮອງປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ ດ້ວຍຈຳນວນບັດເລືອກຕັ້ງ 306 ບັດ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ. 

ສະພາຕ່ຳ ແລະ ສະພາສູງ ອາເມລິກາ ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ (ພາບ: CNN)
      ວັນທີ 7 ມັງກອນ, ພາຍຫຼັງດຳເນີນກອງປະຊຸມຈົນຊອດແຈ້ງ, ສຸດທ້າຍ ບັນດາສະມາຊິກສະພາສູງ ແລະ ສະພາຕ່ຳ ອາເມລິກາ ກໍປະຕິບັດສຳເລັດໜ້າທີ່ຢັ້ງຢືນຜົນການເລືອກຕັ້ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ 50 ລັດ ແລະ ເຂດປົກຄອງພິເສດ ວໍຊິງຕັນ. ພາຍຫຼັງປະຕິບັດສຳເລັດການນັບບັດ, ສະພາຕ່ຳ ແລະ ສະພາສູງ ອາເມລິກາ ໄດ້ຢັ້ງຢືນຢ່າງເປັນທາງການວ່າ ທ່ານ Joe Biden ແລະ ທ່ານນາງ Kamala Harris ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຜູ້ທີ 46 ແລະ ຮອງປະທານາທິບໍດີຜູ້ທີ 46 ຂອງ ອາເມລິກາ ດ້ວຍຈຳນວນບັດເລືອກຕັ້ງ 306 ບັດ ຈາກຄະນະຜູ້ຕາງໜ້າຂອງຜູ້ມີສິດເລືອກຕັ້ງ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາຄົນປັດຈຸບັນ Donal Trump  ແລະ ທ່ານຮອງປະທານາທິບໍດີ Mike Pence ໄດ້ຮັບບັດສະໜັບສະໜູນ 232 ບັດ.
        ພາຍຫຼັງສະພາຕ່ຳ ແລະ ສະພາສູງ ອາເມລິກາ ຢັ້ງຢືນໄຊຊະນະຂອງທ່ານ Joe Biden ຢ່າງເປັນທາງການ, ທ່ານ Donal Trump ປະທານາທິບໍດີ ຄົນປັດຈຸບັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ການມອບຮັບຈະດຳເນີນໄປຢ່າງສັນຕິພາບ ແລະ ເປັນລະບຽບຮຽບຮ້ອຍໃນວັນທີ 20 ມັງກອນ ຈະມາເຖິງ”.
(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top