ຂ່າວສານ
ສອງອົງການສຳນັກຂ່າວສານ ເພີ່ມທະວີການຮ່ວມມື ດ້ານໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ກ່ຽວກັບ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ລາວ
ຕີລາຄາ ການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ດ້ານ ວິຊາຊີບ ໄລຍະ 2016-2020, ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ຢືນຢັນວ່າ ການຮ່ວມມື ແລະ ສະໜອງຂໍ້ມູນຂ່າວສານ ໃນຫຼາຍຮູບແບບ ລະຫວ່າງ 2 ອົງການສຳນັກຂ່າວ ໄດ້ປະກອບສ່ວນ ເພີ່ມທະວີການ ໂຄສະນາເຜີຍແຜ່ ກ່ຽວກັບ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ , ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
ໃນໄລຍະທີ່ຜ່ານມາ, ດ້ວຍແຫຼ່ງກຳລັງແຮງທີ່ດຸ່ນດ່ຽງດ້ວຍຕົນເອງ, VNA ໄດ້ມານະພະຍາຍາມ ໜູນຊ່ວຍ KPL ຍົກລະດັບ ພື້ນຖານ ໂຄງລ່າງ ດ້ານເຕັກນິກ ເພື່ອໃຫ້ເພື່ອນ KPL ມີເງື່ອນໄຂ ເຮັດວຽກ ດີຂຶ້ນ. VNA ກໍຊ່ວຍ KPL ສ້າງໜ້າເວັບໄຊ ດ້ວຍ 3 ພາສາຄື: ລາວ, ອັງກິດ, ຝຣັ່ງ; ອັບເດັດຫຼາຍຮູບແບບຂ່າວໃໝ່ເຊັ່ນ: ວິດີໂອ, e-paper, ຊ່ວຍໜູນ ເພີ່ມທະວີວິທີແກ້ໄຂຂໍ້ມູນຂ່າວສານ ຢ່າງປອດໄພ...
ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ໄດ້ເນັ້ນໜັກວ່າ, ປີ 2022, ດ້ວຍບັນດາເຫດການພິເສດ ທີ່ມີຄວາມໝາຍສຳຄັນ ຕໍ່ການພົວພັນ ລະຫວ່າງ ສອງປະເທດ, ສະເຫຼີມສະຫຼອງ ວັນຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ການທາງການທູດ (5 ກັນຍາ1962 – 5 ກັນຍາ 2022), 45 ປີແຫ່ງວັນເຊັນ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2022), VNA ໄດ້ສະເໜີເນື້ອຈຳນວນໜຶ່ງທີ່ສອງຝ່າຍ ຈະສົມທົບກັນ ຈັດຕັ້ງ ປະຕິບັດໃນໄລຍະຈະມາເຖິງ.
VNA ປາດຖະໜາວ່າ KPL ສືບຕໍ່ໜູນຊ່ວຍການຈຳໜ່າຍວາລະສານຂ່າວພາບ ຫວຽດນາມ ພາກພາສາ ລາວ ເຖິງຜູ້ອ່ານຢູ່ ລາວ ເປັນຈຳນວນຫຼວງຫຼາຍ; ສືບຕໍ່ ໂຄສະນາເຜີຍແຜ່ ບັນດາ ເວັບໄຊຂອງ VNA ເຊັ່ນ: ຂ່າວພາບ ຫວຽດນາມ, VietnamPlus ຢູ່ເວັບໄຊຂອງ KPL; ຊ່ວຍໜູນນັກຂ່າວ VNA ປະຈຳຢູ່ ລາວ ໃນການເຄື່ອນໄຫວວິຊາສະເພາະ ແລະ ບັນດາບັນຫາທີ່ກ່ຽວຂ້ອງ.
ມຸ່ງສູໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງສຳນັກຂ່າວສານ ຫວຽດນາມ (15 ກັນຍາ 1945 – 15 ກັນຍາ 2025) ແລະ 55 ປີແຫ່ງວັນສ້າງຕັ້ງສຳນັກຂ່າວສານປະເທດ ລາວ (6 ມັງກອນ 1968 - 6 ມັງກອນ 2023), ສອງຝ່າຍ ພິຈາລະນາຄວາມເປັນໄປໄດ້ ເພື່ອການດຳເນີນ ບັນດາການເຄື່ອນໄຫວ ທີ່ມີຄວາມໝາຍ ເພື່ອແນໃສ່ປະກອບສ່ວນ ຊຸກຍູ້ສາຍພົວພັນຮ່ວມມືແບບພິເສດລະຫວ່າງ VNA ແລະ KPL ໃນການຂະບວນການພັດທະນາຂອງແຕ່ສຳນັກຂ່າວສານ.
ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ KPL ໄດ້ສະແດງຄວາມຂອບອົກຂອບໃຈ VNA ທີ່ໄດ້ໃຫ້ການສະໜັບສະໜູນ ຢ່າງມີປະສິດທິຜົນ ໃນໄລຍະຜ່ານມາ, ໂດຍພື້ນຖານໄດ້ເຫັນດີ ກັບບັນດາຂໍ້ສະເໜີຮ່ວມມື ຂອງ VNA, ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່ວຍ ອົງການ ປະຈຳຢູ່ ລາວ ແລະ ຍາມໃດກໍຖື VNA ເປັນເພື່ອນສະໜິດ ຂອງ KPL.
ທີ່ການພົບປະເຈລະຈາ, ການນຳຂອງອົງການຂ່າວສອງປະເທດໄດ້ເຫັນດີເປັນເອກະພາບກັນ ກ່ຽວກັບບັນດາຫຼັກການ ໃນແຜນການຮ່ວມມື ໃນໄລຍະຈະມາເຖິງ. ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ແລະ ທ່ານ ຜູ້ອຳນວຍການໃຫຍ່ KPL ຄໍາເຜີຍ ພິລາພາ ໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບຮ່ວມມືດ້ານວິຊາຊີບ ໄລຍະ 2022-2025.