ຂ່າວສານ

ສອງອົງການສຳນັກຂ່າວສານ ເພີ່ມທະວີການຮ່ວມມື ດ້ານໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ກ່ຽວກັບ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ - ລາວ

ຕອນບ່າຍວັນທີ 29 ມີນາ, ສຳນັກຂ່າວສານ ຫວຽດນາມ (VNA) ແລະ ສຳນັກຂ່າວສານປະເທດ ລາວ (KPL) ໄດ້ດຳເນີນກອງປະຊຸມທາງອອນລາຍ. ເຂົ້າຮ່ວມໃນກອງປະຊຸມມີ ທ່ານນາງ ຫວູຫວຽດຈາງ ເລຂາຄະນະພັກ, ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ; ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດ ລາວ; ຜູ້ຕາງໜ້າກະຊວງຖະແຫຼຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ຜູ້ຕາງໜ້າ ຫຼາຍຫົວໜ່ວຍຂ່າວສານຂອງ 2 ປະເທດ.
  ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ກ່າວຄຳເຫັນທີ່ການພົບປະເຈລະຈາ. ພາບ: ຕ໋ວນແອງ/VNA   

ຕີ​ລາຄາ​ ການຈັດ​ຕັ້ງ​ປະຕິບັດ​ ຂໍ້ຕົກລົງ ວ່າດ້ວຍການຮ່ວມມື ດ້ານ ວິຊາຊີບ ໄລຍະ 2016-2020, ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ຢືນຢັນ​ວ່າ ການ​ຮ່ວມ​ມື ​ແລະ ສະໜອງ​ຂໍ້​ມູນ​ຂ່າວສານ ​ໃນ​ຫຼາຍ​ຮູບ​ແບບ​ ລະຫວ່າງ 2 ອົງການສຳນັກ​ຂ່າວ ​ໄດ້​ປະກອບສ່ວນ​ ເພີ່ມ​ທະວີ​ການ​ ໂຄສະນາ​ເຜີຍ​ແຜ່ ​ກ່ຽວກັບ ສາຍພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ , ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນສອງປະເທດ ​ຫວຽດນາມ - ລາວ.

ໃນໄລຍະທີ່ຜ່ານມາ, ດ້ວຍແຫຼ່ງກຳລັງແຮງທີ່ດຸ່ນດ່ຽງດ້ວຍຕົນເອງ, VNA ໄດ້ມານະພະຍາຍາມ ໜູນຊ່ວຍ KPL ຍົກລະດັບ ພື້ນຖານ ໂຄງລ່າງ ດ້ານເຕັກນິກ ເພື່ອໃຫ້ເພື່ອນ KPL ມີເງື່ອນໄຂ ເຮັດວຽກ ດີຂຶ້ນ. VNA ກໍຊ່ວຍ KPL ສ້າງໜ້າເວັບໄຊ ດ້ວຍ 3 ພາສາຄື: ລາວ, ອັງກິດ, ຝຣັ່ງ; ອັບເດັດຫຼາຍຮູບແບບຂ່າວໃໝ່ເຊັ່ນ: ວິດີໂອ, e-paper, ຊ່ວຍໜູນ ເພີ່ມທະວີວິທີແກ້ໄຂຂໍ້ມູນຂ່າວສານ ຢ່າງປອດໄພ...

ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ໄດ້​ເນັ້ນ​ໜັກ​ວ່າ, ປີ 2022, ດ້ວຍ​ບັນດາ​ເຫດການ​ພິ​ເສດ ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ ຕໍ່​ການ​ພົວພັນ​ ລະຫວ່າງ ​ສອງ​ປະ​ເທດ, ​ສະເຫຼີມສະຫຼອງ ​ວັນ​ຄົບຮອບ 60 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສາຍ​ພົວພັນ ການ​ທາງ​ການ​ທູດ (5 ກັນຍາ1962 5 ກັນຍາ 2022), 45 ປີ​ແຫ່ງ​ວັນ​ເຊັນ ​ສົນທິສັນຍາ​ ມິດຕະພາບ ​ແລະ ການຮ່ວມມື (18 ກໍລະກົດ 1977 18 ກໍລະກົດ 2022), VNA ໄດ້ສະເໜີເນື້ອຈຳນວນໜຶ່ງທີ່ສອງຝ່າຍ ຈະສົມທົບກັນ ຈັດຕັ້ງ ປະຕິບັດໃນໄລຍະຈະມາເຖິງ.

VNA ປາດ​ຖະໜາ​ວ່າ KPL ສືບ​ຕໍ່​ໜູນ​ຊ່ວຍການຈຳໜ່າຍ​ວາລະສານ​ຂ່າວ​ພາບ ຫວຽດນາມ ພາກພາສາ ​ລາວ ເຖິງ​ຜູ້​ອ່ານ​ຢູ່ ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ; ສືບ​ຕໍ່​ ໂຄສະນາເຜີຍ​ແຜ່ ​ບັນດາ​ ເວັບ​ໄຊ​ຂອງ VNA ​ເຊັ່ນ: ຂ່າວພາບ ຫວຽດນາມ, VietnamPlus ຢູ່​ເວັບ​ໄຊຂອງ KPL; ຊ່ວຍໜູນນັກ​ຂ່າວ VNA ປະຈຳ​ຢູ່​ ລາວ ​ໃນ​ການ​ເຄື່ອນ​ໄຫວ​ວິຊາ​ສະ​ເພາະ ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ.

  ພາບໃນການພົບປະເຈລະຈາ. ພາບ: ຕ໋ວນແອງ/VNA  

 ມຸ່ງສູໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສຳນັກ​ຂ່າວສານ​ ຫວຽດນາມ (15 ກັນຍາ 1945 15 ກັນຍາ 2025) ​ແລະ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສຳນັກ​ຂ່າວສານ​ປະ​ເທດ​ ລາວ (6 ມັງກອນ 1968 - 6 ມັງກອນ 2023), ສອງ​ຝ່າຍ ພິຈາລະນາ​ຄວາມ​ເປັນ​ໄປ​ໄດ້ ເພື່ອ​ການ​ດຳ​ເນີນ ​ບັນດາ​ການ​ເຄື່ອນ​ໄຫວ ​ທີ່​ມີ​ຄວາມ​ໝາຍ ​ເພື່ອ​ແນ​ໃສ່​ປະກອບສ່ວນ ​ຊຸກຍູ້ສາຍ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ VNA ​ແລະ KPL ​ໃນ​ການຂະບວນການ​ພັດທະນາ​ຂອງ​ແຕ່ສຳນັກຂ່າວສານ. 

  ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ KPL ໃນພິທີເຊັນສັນຍາຜ່ານລະບົບທາງໄກ. ພາບ: ໂດ໊ບ໋າແທ່ງ/VNA  

 ກ່າວ​ຄຳ​ເຫັນ​ທີ່​ການ​ພົບປະເຈລະຈາ, ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ KPL ​ໄດ້ສະແດງຄວາມ​ຂອບ​ອົກ​ຂອບ​ໃຈ VNA ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ພື້ນຖານ​ໄດ້​ເຫັນ​ດີ ​ກັບ​ບັນດາ​ຂໍ້​ສະ​ເໜີ​ຮ່ວມ​ມື ​ຂອງ VNA, ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ອົງການ ປະຈຳຢູ່ ລາວ ແລະ ຍາມໃດກໍຖື VNA ເປັນເພື່ອນສະໜິດ ຂອງ KPL.

ທີ່​ການ​ພົບ​ປະເຈລະຈາ, ການ​ນຳ​ຂອງ​ອົງການ​ຂ່າວ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບກັນ ​ກ່ຽວ​ກັບ​ບັນດາ​ຫຼັກການ​ ໃນ​ແຜນການ​ຮ່ວມ​ມື​ ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານນາງ ຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ແລະ ທ່ານ ຜູ້ອຳນວຍການໃຫຍ່ KPL ຄໍາເຜີຍ ພິລາພາ ໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບຮ່ວມມືດ້ານວິຊາຊີບ ໄລຍະ 2022-2025.


top