• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ ເກົາຫຼີ ຮຽກຮ້ອງໃຫ້ ສ ເກົາຫຼີ ປັບປຸງການພົວພັນລະຫວ່າງ 2 ຝ່າຍ

      ບົດນຳມີຕອນຂຽນວ່າ “ພາຍຫຼັງການຮັບຮອງເອົາຖະແຫຼງການນີ້, ການພົວພັນທີ່ຖືກລະແວງສົງໄສ ແລະ ການປະທະກັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ກາຍເປັນການພົວພັນປອງດອງ ແລະ ໂຮມປະເທດຊາດເປັນເອກະພາບ”. 
ພາບປະກອບ
      ສປປ ເກົາຫຼີ ໄດ້ຮຽກຮ້ອງລັດຖະບານໃໝ່ຂອງ ສ. ເກົາຫຼີ ປັບປຸງການພົວພັນລະຫວ່າງ 2 ຝ່າຍ. ໜັງສືພິມ Rodong Sinmun, ໜັງສືພິມລາຍວັນທາງການຂອງພັກແຮງງານ ສປປ ເກົາຫຼີ ສະບັບອອກໃນວັນທີ 29 ພຶດສະພາ, ລົງພິມບົດນຳຖືວ່າ: ເລື່ອງຮັບຮອງເອົາຖະແຫຼງການຮ່ວມເມື່ອວັນທີ 15 ພຶດສະພາ ໄດ້ທຳລາຍການສູ້ຢັນລະຫວ່າງ 2 ຝ່າຍທີ່ຍັງຄົງຄ້າງ ກ່ວາເຄິ່ງ ສະຕະວັດຜ່ານມາ. ບົດນຳມີຕອນຂຽນວ່າ “ພາຍຫຼັງການຮັບຮອງເອົາຖະແຫຼງການນີ້, ການພົວພັນທີ່ຖືກລະແວງສົງໄສ ແລະ ການປະທະກັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ກາຍເປັນການພົວພັນປອງດອງ ແລະ ໂຮມປະເທດຊາດເປັນເອກະພາບ”. ເຖິງຢ່າງໃດກໍ່ຕາມ, ຫວັງວ່າ ກ່ຽວກັບການໂຮມປະເທດຊາດເປັນເອກະພາບຄືນໃໝ່ຖືກທຳລາຍພາຍໃຕ້ອຳນາດການປົກຄອງພັກຮັກສາເດີມກ່ອນນັ້ນຂອງ ສ ເກົາຫຼີ ແລະ ສະພາບການຊົ່ວຮ້າຍລົງຂອງການພົວພັນລະຫວ່າງ 2 ຝ່າຍແມ່ນຈຸດເລີ່ມຕົ້ນຂອງທຸກໆບັນຫາຢູ່ ສເກົາຫຼີ, ໃນນັ້ນມີ “ຄວາມຂາດສະຖຽນລະພາບ, ວິກິດການທາງການທູດ ແລະ ສະພາບຊຸດໂຊມດ້ານເສດຖະກິດ”. ບົດນຳຖືວ່າ “ອຳນາດການປົກຄອງໃນປະຈຸບັນຂອງ ສ ເກົາຫຼີ ພວມຢູ່ໃນໄລຍະຕັດສິນຊີ້ຂາດ”, ພ້ອມທັງກະຕຸກຊຸກຍູ້ລັດຖະບານໃໝ່ຂອງ ເຊີອູນ ປັບປຸງການພົວພັນລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ. ໄປຄຽງຄູ່ກັນນັ້ນ, ບົດນຳກໍ່ຮຽກຮ້ອງໃຫ້ ສ ເກົາຫຼີ ລົບລ້າງລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) ຂອງອາເມລິກາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top