• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

UNESCO ຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກ ພະລາດຊະວັງ ທັງລອງ

ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ.
ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ

ວັນທີ 10 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງທີ 47 ຄະນະກຳມະການມໍລະດົກໂລກຂອງອົງການສຶກສາວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ຄະນະກຳມະການມໍລະກົດໂລກໄດ້ເຫັນດີຮັບຮອງເອົາຂໍ້ຕົກລົງກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກໂລກພະລາດຊະວັງ ທັງລອງ.

        ທ້າຍເດືອນ ກໍລະກົດ ນີ້, ຄະນະຜູ້ແທນລະຫວ່າງຂະແໜງສູນມໍລະດົກໂລກ/ ICOMOS ຈະເດີນທາງໄປ ຫວຽດນາມ, ເພື່ອຕີລາຄາບັນດາຄວາມມານະພະຍາຍາມຜັນຂະຫຍາຍຂອງ ຫວຽດນາມ, ໃຫ້ຄຳປຶກສາກະກຽມສຳເນົາເອກະສານວິທະຍາສາດເພື່ອຍື່ນສະເໜີບົດລາຍງານສະພາບຕົວຈິງຂອງເຂດອະນຸລັກຮັກສາມໍລະດົກພະລາດຊະວັງ ທັງລອງ, ສະເໜີຍຸດທະສາດກໍ່ສ້າງວັງ ກິງທຽນ ແລະ ເຂດຫໍກາງ ກິງທຽນ ກ່ອນວັນທີ 01 ກຸມພາ 2026 ແລະ ຄະນະກຳມະການມໍລະດົກໂລກຈະພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງທີ 48 ໃນປີ 2026.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top