ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຕິດພັນ ກັບວິໄສທັດປະຊາຄົມ ອາຊຽນ 2045 ຢ່າງແໜ້ນແຟ້ນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເຂົ້າຮ່ວມບັນດາກອງປະຊຸມ
ຕອນບ່າຍວັນທີ 10 ກໍລະກົດ, ໂດຍສືບຕໍ່ການເຄື່ອນໄຫວຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ Kuala Lumpur (ມາເລເຊຍ) ໃນລະຫວ່າງວັນທີ 8 – 11 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີອາຊຽນ + 1 ກັບບັນດາຄູ່ຮ່ວມມື ຍີ່ປຸ່ນ, ລັດເຊຍ, ສ.ເກົາຫຼີ, ອາເມລິກາ ແລະ ກອງປະຊຸມລັດຖະມົນຕີ ອາຊຽນ + 3. ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຕິດພັນ ກັບວິໄສທັດປະຊາຄົມ ອາຊຽນ 2045 ຢ່າງແໜ້ນແຟ້ນ. ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປຫຼາຍຢ່າງ, ທ່ານຮອງນາຍົກລັດຖະມົນຕີ ສະເໜີບັນດາປະເທດຊຸກຍູ້ການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງໂຄງປະກອບພາກພື້ນກວມລວມ, ໂປ່ງໄສ, ບົນພື້ນຖານກົດໝາຍສາກົນດ້ວຍ ອາຊຽນຢູ່ທີ່ຕັ້ງໃຈກາງ ແລະ ເພີ່ມທະວີການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍແບບໃໝ່. ຫວຽດນາມ ຢັ້ງຢືນຫຼັກໝັ້ນຫຼັກການຂອງ ອາຊຽນ ໃນບັນດາບັນຫາສາກົນ, ພາກພື້ນຄືທະເລຕາເວັນອອກ, ແຫຼມເກົາຫຼີ; ສະເໜີບັນດາຄູ່ຮ່ວມມືສະໜັບສະໜູນຄວາມມານະພະຍາຍາມສ້າງທະເລຕາເວັນອອກແມ່ນເຂດທະເລຂອງສັນຕິພາບ, ມີສະຖຽນລະພາບ, ມີການຮ່ວມມື ແລະ ພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)