• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ

ຕາມແຈ້ງການແລ້ວ, ສະພາຫົວໜ້າເສນາທິການທະຫານປະສົມ (JCS) ສ ເກົາຫຼີ ໄດ້ພົບເຫັນບັນດາເຫດຍິງລູກສອນໄຟຈາກສະຖານທີ່ແຫ່ງໜຶ່ງຢູ່ພາຍໃນ ແລະ ອ້ອມແອ້ມເຂດ Sunan ຢູ່ ພຽງຢາງ ໃນເວລາປະມານ 23ໂມງ 40 ນາທີ - 23 ໂມງ 50 ນາທີ...
ປະຊາຊົນຕິດຕາມການຍິງລູກສອນໄຟຜ່ານໂທລະພາບຂອງ ສ ເກົາຫຼີ (ພາບ: AFP/TTXVN)

ຮຸ່ງເຊົ້າວັນທີ 31 ສິງຫາ, ສຳນັກຂ່າວສານ Yonhap ໄດ້ຄັດສະເໜີແຈ້ງການຂອງກອງທັບ ສ ເກົາຫຼີ ໂດຍຢັ້ງຢືນວ່າ ສປປ ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ (SRBM) 2 ລູກ ອອກສູ່ເຂດທະເລທາງທິດຕາເວັນອອກຂອງແຫຼມ ເກົາຫຼີ. ຕາມແຈ້ງການແລ້ວ, ສະພາຫົວໜ້າເສນາທິການທະຫານປະສົມ (JCS) ສ ເກົາຫຼີ ໄດ້ພົບເຫັນບັນດາເຫດຍິງລູກສອນໄຟຈາກສະຖານທີ່ແຫ່ງໜຶ່ງຢູ່ພາຍໃນ ແລະ ອ້ອມແອ້ມເຂດ Sunan ຢູ່ ພຽງຢາງ ໃນເວລາປະມານ 23ໂມງ 40 ນາທີ - 23 ໂມງ 50 ນາທີຂອງວັນທີ 30 ສິງຫາ. ລູກສອນໄຟແຕ່ລະລູກໜຍິ່ງອອກໄປປະມານ 360 ກມ ກ່ອນທີ່ໄດ້ຕົກລົງສູ່ທະເລ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ສຳນັກງານຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າກອງທັບ ປະຊາຊົນ ສປປ ເກົາຫຼີ (KPA) ໄດ້ດຳເນີນການຊ້ອມຮົບບຸກໂຈມຕີນິວເຄຼຍໃນຕອນຄ່ຳ, ເພື່ອແນໃສ່ມີປະຕິກິລະຍາຕໍ່ການຊ້ອມຮົບຮ່ວມທີ່ ອາເມລິກາ ແລະ ສ ເກົາຫຼີ ພວມດຳເນີນໄປນັ້ນ. ຕາມ KCNA ແລ້ວ, ກົມກອງຂອງ KPA ຢູ່ທາງທິດຕາເວັນຕົກຂອງ ສປປ ເກົາຫຼີ ໄດ້ດຳເນີນບັນດາການເຄື່ອນໄຫວຊ້ອມຮົບທີ່ກ່ຽວຂ້ອງ, ໃນນັ້ນ, ໄດ້ສົມມຸດຖານກໍລະນີດັບສູນບັນດາສູນບັນຊາ ແລະ ສະໜາມບິນຫຼັກແຫຼ່ງຢູ່ ສ ເກົາຫຼີ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top