• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການເຈລະຈາຮອບທີ 2 ກ່ຽວກັບການຈັດແບ່ງລາຍຈ່າຍດ້ານປ້ອງກັນຊາດ

ເລື່ອງເລີ່ມດຳເນີນການເຈລະຈາຈັດຂຶ້ນໄວກ່ອນເວລາກຳນົດ, ໃນສະພາບການມີທັດສະນະຖືວ່າ ເຊີອຸ່ນ ຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ເພື່ອຫຼີກລ້ຽງການທີ່ຕ້ອງຕໍ່ລອງກັບ ວໍຊິງຕັນ ໃນກໍລະນີ ທ່ານອະດີດປະທານາທິບໍດີ Donald Trump ໄດ້ຮັບການເລືອກຕັ້ງຄືນໃໝ່.
ການຊ້ອມຮົບຮ່ວມຂອງທະຫານ ອາເມລິກາ - ສ ເກົາຫຼີ (ພາບ:Yonhap/TTXVN)

ວັນທີ 21 ພຶດສະພາ, ສ ເກົາຫຼີ ແລະ ອາເມລິກາ ເລີ່ມດຳເນີນການເຈລະຈາຮອບທີ 2 ກ່ຽວກັບການຈັດແບ່ງລາຍຈ່າຍສຳລັບການຕັ້ງທັບຂອງກອງທັບ ອາເມລິກາ ຢູ່ ສ ເກົາຫຼີ. ຮອບເຈລະຈາຈະດຳເນີນຢູ່ ເຊີອຸ່ນ (ສ ເກົາຫຼີ) ແລະ ແກ່ຍາວເປັນເວລາ 3 ວັນ ເພື່ອແນໃສ່ກຳນົດວ່າ ສ ເກົາຫຼີ ຈະແບກຫາບລາຍຈ່າຍເທົ່າໃດ ເພື່ອຮັກສາຈຳນວນທະຫານ 28.500 ຄົນຂອງກຳລັງ ອາເມລິກາ ຢູ່ ສ ເກົາຫຼີ (USFK), ເລີ່ມແຕ່ວັນປີ 2026.

ເລື່ອງເລີ່ມດຳເນີນການເຈລະຈາຈັດຂຶ້ນໄວກ່ອນເວລາກຳນົດ, ໃນສະພາບການມີທັດສະນະຖືວ່າ ເຊີອຸ່ນ ຢາກບັນລຸໄດ້ຂໍ້ຕົກລົງໂດຍໄວ ເພື່ອຫຼີກລ້ຽງການທີ່ຕ້ອງຕໍ່ລອງກັບ ວໍຊິງຕັນ ໃນກໍລະນີ ທ່ານອະດີດປະທານາທິບໍດີ Donald Trump ໄດ້ຮັບການເລືອກຕັ້ງຄືນໃໝ່. ກ່ອນໜ້ານັ້ນ, ອຳນາດການປົກຄອງ ວໍຊິງຕັນ ພາຍໃຕ້ການນຳພາຂອງທ່ານປະທານາທິບໍດີ  Donald Trump ໄດ້ຮຽກຮ້ອງໃຫ້ ເຊີອຸ່ນ ເພີ່ມບ້ວງເງິນຊຳລະເພີ່ມທົບ 5 ເທົ່າ, ເຊິ່ງເທົ່າກັບຈຳນວນເງິນ 5 ຕື້ໂດລາສະຫະລັດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top