• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວົງການນັກການເມືອງ ແລະ ສື່ມວນຊົນ ເຢຍລະມັນ ຕີລາຄາສູງບົດບາດຂອງ ຫວຽດນາມ ທີ່ກອງປະຊຸມສຸດຍອດ G20

      ເລື່ອງ ຫວຽດນາມ ຖືກເຊີນເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດ G20 ທີ່ນະຄອນ Hamburg ດຳເນີນໃນລະຫວ່າງວັນທີ 07 – 08 ກໍລະກົດ, ໄດ້ຮັບການຕີລາຄາສູງຈາກວົງການນັກການເມືອງ ແລະ ສື່ມວນຊົນ ເຢຍລະມັນ

ການນຳເຂົ້າຮ່ວມ ກອງປະຊຸມສຸດຍອດ G20
      ທ່ານ Rolf Mutzenich ສະມາຊິກສະພາແຫ່ງຊາດສະຫະພັນ ເຢຍລະມັນ ທັງເປັນຮອງຫົວໜ້າອົງການຮັບຜິດຊອບບັນດາບັນຫາສາກົນຂອງພັກປະຊາທິປະໄຕສັງຄົມ (SPD) ໃຫ້ຮູ້ວ່າ: ທ່ານມີຄວາມປິຕິຊົມຊື່ນເມື່ອ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນຖານະເປັນແຂກຖືກເຊີນ ຍ້ອນ ຫວຽດນາມ ມີທີ່ຕັ້ງພິເສດທີ່ພາກພື້ນ ອາຊຽນ. ຕາມທ່ານ Rolf Mutzenich ແລ້ວ, ຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງ APEC 2017 ມີບົດບາດສຳຄັນໃນການແບ່ງປັນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊື່ງໄດ້ຍົກອອກຢູ່ກອງປະຊຸມສຸດຍອດ G20 ຄັ້ງນີ້.
        ມີທັດສະນະເຊັ່ນດຽວກັນກັບທ່ານ Rolf Mutzenich, ປອ Rodion Ebbighausen ນັກຂ່າວຊ່ອງໂທລະພາບ Deutsche Welle (ເຢຍລະມັນ) ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມສວມບົດບາດສຳຄັນສຳລັບພາກພື້ນ ອາຊຽນ ແລະ ກອງປະຊຸມສຸດຍອດ G20. ຫວຽດນາມ ມີກາລະໂອກາດ ເພື່ອສ້າງຕັ້ງບັນດາການພົວພັນຢ່າງແໜ້ນແຟ້ນ ແລະ ພັດທະນາກັບບັນດາປະເທດ G20     ກ່ວາອີກ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top