• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດຈາກສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ​ ຫວຽດ​ນາມ ແລະ ອີ​ຢູ

ກອງປະຊຸມ “ສະຫຼຸບ 2 ປີ ແຫ່ງການປະຕິບັດສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ (EVFTA)” ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ. ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ ໄດ້ປະຕິບັດນັບແຕ່ວັນທີ 01 ສິງຫາ 2022.
  ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິນກວັກແຄ່ງ  

ໃນປີທຳອິດ, ການແລກປ່ຽນການຄ້າສອງຝ່າຍເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ. ກ່ອນ 11 ເດືອນ ຂອງປີ 2022, ວົງເງິນການນຳເຂົ້າ-ສົ່ງອອກ ຂອງສອງຝ່າຍເພີ່ມຂຶ້ນ 14%. ອີກຈຸດໜຶ່ງທີ່ພົ້ນເດັ່ນໃນການເຄື່ອນໄຫວສົ່ງອອກໄປຍັງສະຫະພາບເອີຣົບ (EU) ແມ່ນອັດອາສ່ວນວິສາຫະກິດ ຫວຽດນາມ ທີ່ຍາດແຍ່ງກາລະໂອກາດຈາກສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ. ກ່າວຄຳເຫັນຢູູ່ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິນກວັກແຄ່ງ ໃຫ້ຮູ້ວ່າ: ຊ່ອງທາງ ແລະ ກາລະໂອກາດຈາກຕະຫຼາດອີຢູ ຍັງກວ້າງຂວາງທີ່ສຸດ. ທ່ານກ່າວວ່າ:

ເພື່ອຍາດແຍ່ງບັນດາກາລະໂອກາດຈາກ ສັນຍາ ການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ອີຢູ ຢ່າງມີປະສິດທິຜົນກວ່າເກົ່າ, ຄວນສັງເກດຕີລາຄາຢ່າງກົງໄປກົງມາວ່າ ເຖິງວ່າພວກເຮົາບັນລຸໄດ້ບັນດາຜົນສຳເລັດກໍ່ຕາມ ແຕ່ພຽງແຕ່ເປັນບາດກ້າວທຳອິດ. ຊ່ອງທາງ ແລະ ກາລະໂອກາດຈາກຕະຫຼາດອີຢູ ຍັງກ້ວາງຂວາງຢູ່, ບັນດາວິສາຫະກິດ ຫວຽດນາມ ຍັງປະສົບຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຫຼາຍຢ່າງ ເມື່ອເຂົ້າໃກ້ຕະຫຼາດນີ້, ທັງກ່ຽວກັບເຫດຜົນດ້ານອັດຕະວິໄສ ແລະ ພາວະວິໄສ. ເຄື່ອງໝາຍການຄ້າ ຫວຽດນາມ ຍັງບໍ່ທັນໄດ້ກໍ່ຕັ້ງ ຫຼື ຍັງບໍ່ທັນມີຊື່ສຽງຢູ່ບັນດາປະເທດ ເອີຣົບ, ມູນຄ່າ ແລະ ຜົນປະໂຫຍດທີ່ບັນດາວິສາຫະກິດ ຫວຽດນາມ ບັນລຸມາໄດ້ນັ້ນ ຍັງບໍ່ເໝາະສົມກັບຄວາມສາມາດບົ່ມຊ້ອນ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top