• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ທະ​ຍຸ​ກະ​ຈາ​ຍ​ສຽງ - ໂທ​ລະ​ພາບ ໄຊ​ສົມ​ບູນ - ກິດ​ຈະ​ກຳ​ແຫ່ງ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ

ໃນຊຸມປີຜ່ານມາ, ວິທະຍຸກະຈາຍຽງຫວຽດນາມ ໄດ້ມີການໜູນຊ່ວຍແທດຈິງຫຼາຍຢ່າງໃຫ້ແກ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ກ່ຽວກັບການບຳລຸງສ້າງເຕັກນິກເຕັກໂນໂລຢີ, ຊ່ວຍຍົກລະດັບ ແລະ ກໍ່ສ້າງສະຖານີວິທະຍຸຢູ່ທ້ອງຖິ່ນຕ່າງໆ ເພື່ອໃຫ້ປະຊາຊົນລາວສາມາດສຳຜັດກັບແຫຼ່ງຂໍ້ມູນຂ່າວສານໄດ້ຢ່າງສະດວກ. ໂຄງການກໍ່ສ້າງວິທະຍຸກະຈາຍສຽງ - ໂທລະພາບແຂວງ ໄຊສົມບູນ ໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າຂອງລົງທຶນ ດ້ວຍແຫຼ່ງເງິນຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ກໍແມ່ນໜຶ່ງໃນບັນດາພະຍານຫຼັກຖານໃຫ້ແກ່ການພັດທະນາການພົວພັນລະຫວ່າງ ວິທະຍຸກະຈາຍສຽງຫວຽດນາມ ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ເວົ້າສະເພາະ ແລະ ການພົວພັນຮ່ວມມືມິດຕະພາບຮອບດ້ານແບບພິເສດ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ເວົ້າລວມ.


ກິດຈະກຳກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ 

ກິດຈະກຳກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນ ມັງກອນ ປີ 2020 ດ້ວຍຄ່າໃຊ້ຈ່າຍທັງໝົດເກືອບ 119 ຕື້ດົ່ງຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ (ລວມມີທຶນສົມທົບຂອງລາວ ຈຳນວນ 1,8 ຕື້ກີບ, ປະມານ 5 ຕື້ດົ່ງ). ໂດຍຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງກີດຂວາງຈາກໂລກລະບາດໂຄວິດ - 19, ພາຍຫຼັງດຳເນີນການກໍ່ສ້າງມາເປັນເວລາ 10 ເດືອນ, ໂຄງການກໍ່ສ້າງສະຖານີວິທະຍຸກະຈາຍສຽງ - ໂທລະພາບ ແຂວງ ໄຊສົມບູນ ຂອງ ລາວ ບັນລຸໄດ້ຄວາມຄືບໜ້າ 80%. ໂຄງການລວມມີ : ອາຄານເຮັດວຽກຂອງພະນັກງານ, ນັກຂ່າວ ພ້ອມດ້ວຍລະບົບຫ້ອງອັດສຽງ, ຫ້ອງຖ່າຍທຳ, ຫ້ອງສົ່ງສັນຍານ, ບ່ອນພັກຜ່ອນສຳລັບພະນັກງານເຕັກນິກ, ຫ້ອງຕິດຕັ້ງເຄື່ອງຈັກຕ່າງໆ, ລະບົບຕ້ານອັກຄີໄພ ແລະ ດັບເພີງ, ລະບົບໄຟຟ້າ ແລະ ເສົາກະຈາຍຄື້ນ ມີຄວາມສູງ 75 ແມັດ. ປັດຈຸບັນ, ອາຄານຕ່າງໆກໍໄດ້ຮັບການກໍ່ສ້າງສຳເລັດໂດຍພື້ນຖານແລ້ວ ແລະ ພວມປະຕິບັດຂັ້ນຕອນຕົບແຕ່ງພາຍໃນ. ອ້າຍ ເຢືອງວັນຈູງ ກຳມະກອນພວມກໍ່ສ້າງກິດຈະກຳດັ່ງກ່າວ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພວມຕິດຕັ້ງລະບົບໄຟຟ້າຮັບໃຊ້ການດຳລົງຊີວິດ, ລະບົບໄຟຟ້າສ່ອງແສງສະຫວ່າງ, ທີສອງແມ່ນ ໄຟຟ້າຮັບໃຊ້ລະບົບອິນເຕີແນັດ, ລວມທັງ Wifi ແລະ ສາຍເຄເບີນ. ເວົ້າລວມແລ້ວແມ່ນລະບົບໄຟຟ້າທັງໝົດ. ໄປຄຽງຄູ່ກັນນັ້ນແມ່ນລະບົບຕ້ານອັກຄີໄຟ, ດັບເພີງ ເພື່ອຮັບປະກັນໃຫ້ກິດຈະກຳດັ່ງກ່າວໄດ້ນຳເຂົ້າເຄື່ອນໄຫວຢ່າງປອດໄພ”.
 


ຄະນະປະຕິບັດງານກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ລົງກວດກາໂຄງການ 

   ໂດຍໄດ້ດຳເນີນການກໍ່ສ້າງໃນໄລຍະເກີດໂລກລະບາດໂຄວິດ - 19, ສະນັ້ນ, ກິດຈະກຳໄດ້ ປະສົບກັບຄວາມຫຍຸ້ງຍາກ ບໍ່ແມ່ນໜ້ອຍ ຍ້ອນຕ້ອງປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານ ລາວ. ເຖິງວ່າເປັນແນວນັ້ນກໍຕາມ, ແຕ່ຍ້ອນຄວາມໝາຍຂອງກິດຈະກຳທີ່ມີຕໍ່ການເຄື່ອນໄຫວໂຄສະນາ, ສື່ສານຂອງແຂວງໜຶ່ງທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ ຄືແຂວງ ໄຊສົມບູນ ແລະ ເພື່ອສາຍພົວພັນຮ່ວມມືລະຫວ່າງສອງປະເທດ, ບໍລິສັດຮ່ວມມືເສດຖະກິດ COECO ຍາມໃດກໍມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ລະດົມແຫຼ່ງກຳລັງຢ່າງສຸດຂີດ ນັບທັງຊັບພະຍາກອນມະນຸດ ແລະ ວັດສະດຸກໍ່ສ້າງ ເພື່ອກໍ່ສ້າງໂຄງການ. ການນຳວິທະຍຸກະຈາຍສຽງຫວຽດນາມ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ການທ່ອງທ່ຽວ ລາວ ກໍໄດ້ຊຸກຍູ້ ແລະ ແກ້ໄຂຄວາມຫຍຸ້ງຍາກຢ່າງເປັນປະຈຳ, ສ້າງເງື່ອນໄຂສະດວກເພື່ອໃຫ້ໂຄງການດັ່ງກ່າວບັນລຸຕາມຄວາມຄືບໜ້າທີ່ໄດ້ວາງອອກ.

        ໄປຢ້ຽມຢາມກິດຈະກຳກໍ່ສ້າງໃນຊຸມວັນຕົ້ນເດືອນພະຈິກ, ເມື່ອລະດູຝົນຂອງລາວຄ່ອຍໆຮ້ວຍລົງ, ກຳມະກອນຂອງບໍລິສັດ COECO ຈຳນວນຊາວ, ສາມສິບຄົນ ພວມກົ້ມໜ້າກົ້ມຕາເຮັດວຽກໃຜມັນ, ຜູ້ເຮັດຫຼັງຄາ, ຜູ້ເທເບຕົງເສົາອັງແຕນ, ຜູ້ປູພື້ນ, ຜູ້ແລ່ນສາຍໄຟຟ້າໃຕ້ດິນ... ຜູ້ໃດກໍຟ້າວຟັ່ງຫົວຂິດຫົວໄຖ ທັງໝົດກໍ່ເພື່ອເປົ້າໝາຍບັນລຸໄດ້ຕາມລະດັບຄວາມຄືບໜ້າ ແລະ ການມອບ-ຮັບກິດຈະກຳໃນຕົ້ນໄຕມາດທີ 1 ຂອງ ປີ 2021 ເພື່ອສືບຕໍ່ຜັນຂະຫຍາຍການຕິດຕັ້ງອັງແຕນ ແລະ ລາຍການອື່ນໆ. ນັກວິສະວະກອນ ຫງວຽນດິ່ງລຶວ, ຫົວໜ້າຜູ້ຄຸມກິດຈະກຳດັ່ງກ່າວ ຢັ້ງຢືນວ່າ:

 

        ກຳມະກອນຢູ່ກິດຈະກຳນີ້ ພວມກໍ່ສ້າງບັນດາລາຍການທີ່ຍັງເຫຼືອໃຫ້ສຳເລັດຢ່າງຮີບດ່ວນ. ອີກສອງສາມມື້, ວັດສະດຸ ແລະ ອຸປະກອນຕ່າງໆກໍຈະມາຮອດນີ້ ເພື່ອຕິດຕັ້ງ ແລະ ປະກອບໃຫ້ສຳເລັດ. ອ້າຍນ້ອງກຳມະກອນໃຜໆກໍມີຄວາມຕັດສິນໃຈວ່າ ເຖິງວ່າໂລກລະບາດຍັງແຜ່ລະບາດຢູ່ກໍຕາມ  ແຕ່ອ້າຍນ້ອງກຳມະກອນກໍຈະມານະພະຍາຍາມເພື່ອມອບກິດຈະກຳໃຫ້ເຈົ້າຂອງລົງທຶນໂຄງການຖືກຕ້ອງຕາມລະດັບຄວາມຄືບໜ້າ ແລະ ບັນລຸຄຸນນະພາບທີ່ໄດ້ວາງອອກ”.


ກຳມະກອນຢູ່ກິດຈະກຳນີ້ ພວມກໍ່ສ້າງບັນດາລາຍການທີ່ຍັງເຫຼືອໃຫ້ສຳເລັດຢ່າງຮີບດ່ວນ

(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top