• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິຊິງຕັນ, ກີແອັບ ປຶກສາຫາລືການຟື້ນຟູວິວັດການເຈລະຈາກ່ຽວກັບບັນຫາ ຢູແກຼນ

ການພົບປະລະຫວ່າງ 2 ຄະນະຜູ້ແທນຂອງ ອາເມລິກາ ແລະ ຢູແກຼນ ໄດ້ຈັດຂຶ້ນໃນບັນຍາກາດ “ມີລັກສະນະສ້າງສັນ”
  ອາເມລິກາ ແລະ ຢູແກຼນ ໄດ້ພົບປະກັນເພື່ອປຶກສາຫາລືວິທີຟື້ນຟູວິວັດທະນາການເຈລະຈາ, ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຜ່ານມາຢູ່ ຢູແກຼນ (ພາບປະກອບ: REUTERS/Nina Liashonok)  

ໃນລະຫວ່າງວັນທີ 21 – 22 ມີນາ, ບັນດາຄະນະເຈລະຈາຂອງ ອາເມລິກາ ແລະ ຢູແກຼນ ໄດ້ພົບປະກັນຢູ່ລັດ Florida ເພື່ອປຶກສາຫາລືວິທີຟື້ນຟູວິວັດທະນາການເຈລະຈາ, ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 4 ປີຜ່ານມາຢູ່ ຢູແກຼນ. ກ່ອນໜ້ານັ້ນ, ຕໍ່ໜ້າບັນດາຄວາມມານະພະຍາຍາມຂອງ ວໍຊິງຕັນ ນຳໜ້າເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ຖືກ “ຢຸດຕິ” ນັບແຕ່ເມື່ອ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມບັ້ນບຸກໂຕມຕີ ອີຣານ ນັບແຕ່ທ້າຍເດືອນ ກຸມພາ.

ໃນສື່ສັງຄົມ X, ທ່ານ Steve Witkoff, ທູດພິເສດຂອງ ອາເມລິກາ ຢືນຢັນວ່າ ການພົບປະລະຫວ່າງ 2 ຄະນະຜູ້ແທນຂອງ ອາເມລິກາ ແລະ ຢູແກຼນ ໄດ້ຈັດຂຶ້ນໃນບັນຍາກາດ “ມີລັກສະນະສ້າງສັນ” ດ້ວຍ “ບັນດາເນື້ອໃນປຶກສາຫາລືສຸມໃສ່ການຮັດແຄບ ແລະ ແກ້ໄຂບັນດາບັນຫາທີ່ຍັງເຫຼືອ ເພື່ອຫຍັບເຂົ້າມາໃກ້ກັບຂ້ໍຕົກລົງສັນຕິພາບຢ່າງຮອບດ້ານ”.

(ແຫຼ່ງຄັດຈາກ VOV)

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ

Top