• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາງ​ສະ​ແດງ​ພາບ​ຖ່າຍ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ມາ​ຣົກ

ບັນດາພາບຖ່າຍໄດ້ລົງໃນເວັບໄຊທາງການຂອງ ສະຖານທູດ ລາຊະອານາຈັກ ມາຣົກ ປະຈຳ ຫວຽດນາມ ແຕ່ວັນທີ 27 ມີນາ ຫາ ວັນທີ 30 ເມສາ 2021.
ທ່ານ Habib El Malki ປະທານສະພາຕ່ຳ ມາຣົກ ມາຢ້ຽມຢາມເຂດຮ່ອງຮອຍປະຫວັດຊາດ ປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ (ພາບ: TTXVN)

ໂດຍສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ມາຣົກ (27 ມີນາ 1961 – 27 ມີນາ 2021), ສຳນັກຂ່າວສານ ຫວຽດນາມ ແລະ ສະຖານທູດ ລາຊະອານາຈັກ ມາຣົກ ປະຈຳ ຫວຽດນາມ ໄດ້ສົມທົບກັນຈັດງານວາງສະແດງພາບຖ່າຍທາງອອນລາຍ ໂດຍແນະນຳພາບຖ່າຍ ດີເດັ່ນ 20 ພາບກ່ຽວກັບບັນດາການເຄື່ອນໄຫວທາງການທູດ ຂັ້ນສູງ ລະຫວ່າງ ສອງປະເທດ, ທີ່ໄດ້ຮັບການຄັດເລືອກເອົາຈາກສາງເອກະສານພາບຖ່າຍຂອງ ສຳນັກຂ່າວສານ ຫວຽດນາມ.

        ບັນດາພາບຖ່າຍໄດ້ລົງໃນເວັບໄຊທາງການຂອງ ສະຖານທູດ ລາຊະອານາຈັກ ມາຣົກ ປະຈຳ ຫວຽດນາມ ແຕ່ວັນທີ 27 ມີນາ ຫາ ວັນທີ 30 ເມສາ 2021.

       ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ມາຣົກ, ວັນທີ 27 ມີນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ສົ່ງສານອວຍພອນໄປຍັງທ່ານ Nasser Buorita ລັດຖະມົນຕີກະຊວງການຕ່າງປະເທດ, ການຮ່ວມມື ອາບຟຼິກກາ ແລະ ຊາວ ມາຣົກ ອາໄສຢູ່ຕ່າງປະເທດ ລາຊະອານາຈັກ ມາຣົກ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top